ການໃຊ້ຄວາມຮຸນແຮງຢູ່ ອີຣັກ
ພາບ: internet
|
(vovworld) - ວັນທີ 8/8 ການໃຊ້ຄວາມຮຸນແຮງແນໃສ່ຊາວມຸດສະລີມນິກາຍ ຊີອາ ແລະ ຄອບຄົວຂອງທະນາຍຄວາມຄົນຫນຶ່ງຢູ່ ອີຣັກ ໄດ້ເຮັດໃຫ້ ກວ່າ 50 ຄົນເສຍຊີວິດ ແລະ ຖືກບາດເຈັບ. ຕອນຄຳ່ວັນທີ 8/8, ລົດໂອໂຕຄັນຫນຶ່ງຖືກວາງລະເບີດໄດ້ໄດ້ແຕກຂຶ້ນເຮັດໃຫ້ສາສະນິກະຊົນຊາວຊີອາ ພວມເຂົ້າຮ່ວມພີທີສວດມົນຢູ່ ໝູ່ບ້ານ Al Tanmiyh ຫ່າງຈາກນະຄອນຫລວງ ແບກແດດ ຂອງອີຣັກໄປທາງທິດຕາເວັນອອກສຽງໃຕ້ປະມານ 50 ກິໂລແມັດ ຊຶ່ງເຮັດໃຫ້ 13 ຄົນເສຍຊີວີດ ແລະ ອີກ 30 ຄົນຖືກບາດເຈັບ. ກ່ອນຫນ້ານັ້ນ ຢູ່ເທດສະບານ Baiji ຫ່າງຈາກນະຄອນແບກແດດ ທາງທິດໃຕ້ ປະມານ 200 ກິໂລແມັດ, ບັນດາມືປືນໄດ້ບຸກເຂົ້າເຮືອນຂອງທະນາຍຄວາມຄົນຫນຶ່ງຍິງຕາຍຜົວເມຍ ແລະ ລູກຊາຍ 5 ຄົນ ພ້ອມກັບຍາດຕິພີ່ນ້ອງຄົນຫນຶ່ງຕາຍຄາທີ່. ບັນດາການໃຊ້ຄວາມຮຸນແຮງເກີດຂຶ້ນພາຍຫລັງອົງການກໍ່ການຮ້າຍ Al Qaeda ຫາກໍ່ຖະແຫລງປຸກລະດົມບັ້ນບຸກໂຈມຕີຄັ້ງໃຫມ່ໃສ່ບັນດາທະນາຍຄວາມ ແລະ ຍາດຊີງເຂດດິນແດນບາງແຫ່ງຢູ່ອີຣັກ./.