(vovworld) - ວັນທີ 30 ສິງຫາ, ຢູ່ພາກເໜືອ ອາບການິດສຖານ ໄດ້ເກີດເຫດວາງລະເບີດສະຫຼະຊີບ ແນໃສ່ໂບດອິດສະລາມແຫ່ງໜຶ່ງ, ເຮັດໃຫ້ເຈົ້າເມືອງ Archi ຂຶ້ນກັບແຂວງ Kunduz, ທ່ານ Sadruddin ເສຍຊີວິດ. ຕຳຫຼວດທ້ອງຖິ່ນໃຫ້ຮູ້ວ່າ ເຫດວາງລະເບີດເກີດຂຶ້ນໃນເວລາ 8 ໂມງ 30 ນາທີ ຕາມເວລາທ້ອງຖິ່ນ, ຢູ່ເຂດ Qarluq, ທາງທິດຕາເວັນອອກ ແຂວງ Kunduz, ຫ່າງຈາກນະຄອນຫຼວງ Kabul ໄປທາງທິດເໜືອ 240 ກມ. ຜູ້ວາງລະເບີດໄດ້ເລັ່ງໃສ່ເຈົ້າເມືອງ Sadruddin ທີ່ພວມມີໜ້າຢູ່ເດີນຂອງໂບດ ເມື່ອທ່ານເຂົ້າຮ່ວມພິທີພາວະນາ, ເຮັດໃຫ້ເຈົ້າເມືອງ ແລະ ພິທັກ 3 ຄົນເສຍຊີວິດ. ປະຈຸບັນຍັງບໍ່ທັນມີກຸ່ມໃດກ່າວຮັບຜິດຊອບເຫດການດັ່ງກ່າວ.
ແລະກໍ່ໃນວັນດຽວກັນ, ກະຊວງພາຍໃນອາບການິດສຖານ ໃຫ້ຮູ້ວ່າ ມີທະຫານກະບົດ 57 ຄົນຖືກດັບສູນໃນບັ້ນຮົບຕາມລ່າໂດຍຕຳຫຼວດ, ກອງທັບປະເທດນີ້ ແລະ ກຳລັງທະຫານປະສົມ ໂດຍ NATO ນຳໜ້າສົມທົບກັນດຳເນີນແຕ່ວັນທີ 29 ສິງຫາ.