ການໃຊ້ຄວາມຮຸ້ນ ແຮງເກີດຂຶ້ນຢູ່ພາກ ເໜືອ Nigieria

ການໃຊ້ຄວາມຮຸ້ນ ແຮງເກີດຂຶ້ນຢູ່ພາກ ເໜືອ Nigieria  - ảnh 1
ເຫດວາງລະເບີດຢູ່ນະຄອນ Kano
(ພາບ: Reuters)

ວັນ​ທີ 20/1, ຢູ່​ນະຄອນ Kano ທາງ​ພາກ​ເໜືອ Nigieria ​ໄດ້​ເກີດ​​ເຫດ​ວາງ​ລະ​ເບີດ ​ແລະ ບຸກ​ໂຈມ​ຕີ​ຢ່າງ​ລຽນຕິດ ​ເຮັດ​​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 8 ຄົນ​ຖືກ​ເສຍ​ຊີວິດ. Kano ​ແມ່ນ​ນະຄອນ​ໃຫຍ່​ແຫ່ງ​ທີ່ 2 ຂອງ Nigieria ຖືກຕົກ​ເຂົ້າສູ່​ສະພາບ​ການ​ສັບ​ສົນ. ອຳນາດ​ການ​ປົກຄອງ​ລັດ ​ໄດ້​ຈັດ​ວາງຄຳ​ສັ່ງ​ສະພາວະ​ສຸກ​ເສີນ, ​ໃນ​ຂະນະ​ທີ່​ຕຳຫຼວດ​ຮຽກຮ້ອງ​ທຸກ​ຄົນ​ຕ້ອງ​ອຸ່ນ​ອ່ຽນ​ໃຈ. ​ເຖິງ​ວ່າ​ຍັງ​ບໍ່​ທັນ​ກຳນົດ​ໄດ້​​​ຜູ້​ກໍ່​ກໍ່​ໃຫ້​ເກີດ​ບັນດາ​ການ​ບຸກ​ໂຈມ​ຕີ​ນີ້ກໍ່​ຕາມ, ​ແຕ່​ວ່າ​ບັນດາ​ການ​ກະທຳ​ກໍ່​ຄວາມ​ຮຸ້ນ​ແຮງ​ຄື​ດັ່ງກ່າວ​ຢູ່​ພາກ​ເໜືອ Nigieria ​ເຄີ​ຍ​ແມ່ນ​ກຸ່ມ​ອິດສະ​ລາມ​ຫົວ​ຮຸ້ນ​ແຮງ Boko Haram ກໍ່​ຂຶ້ນ.


ຂ່າວ/ບົດ​ອື່ນ