ທ່ານ ຫງວຽນຕ໋ຽນມີງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ
(vovworld) - ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 21 – 24/03/2017 ຂອງທ່ານນາຍົກລັດຖະມົນຕີ ສິງກາໂປ ຫຼີຊຽນຫຼົງ, ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສິງກະໂປ ມີການແລກປ່ຽນກັບທ່ານ ຫງວຽນຕ໋ຽນມີງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ກ່ຽວກັບເນື້ອໃນການຢ້ຽມຢາມກໍ່ຄືແງ່ຫວັງການຮ່ວມມືລະຫວ່າງ 2 ປະເທດໃນສະພາບການໃໝ່. ຕາມທ່ານເອກອັກຄະລັດຖະທູດ ຫງວຽນຕ໋ຽນມີງ ແລ້ວ ການພົວພັນລະຫວ່າງ ຫວຽດນາມ ແລະ ສິງກະໂປ ໃນຊຸມປີຜ່ານມາ ໄດ້ພັດທະນາຢ່າງດີງາມທີ່ສຸດ. ການພົວພັນດ້ານການຄ້າ 2 ຝ່າຍລະຫວ່າງ 2 ປະເທດມາຮອດປະຈຸບັນບັນລຸປະມານ 14 ຕື້ USD ແລະ ສິງກະໂປ ພວມແມ່ນລູກຄ້າໃຫຍ່ອັນດັບທີ 6 ຂອງ ຫວຽດນາມ ໃນການແລກປ່ຽນຄ້າຂາຍກັບບັນດາປະເທດໃນໂລກ ແລະ ເປັນລູກຄ້າໃຫຍ່ອັນດັບທີ 2 ໃນອາຊຽນ. ກົງກັນຂ້າມ, ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ດັນດັບທີ 12 ຂອງ ສິງກະໂປ. ຄຽງຂ້າງນັ້ນ ການຮ່ວມມືລົງທຶນລະຫວ່າງ 2 ປະເທດກໍ່ມີບັນດາບາດກ້າວພັດທະນາຢ່າງແຮງ. ປະຈຸບັນ ສິງກະໂປ ແມ່ນນັກລົງທຶນໃຫຍ່ອັນດັບທີ 3 ຢູ່ ຫວຽດນາມ, ຖັດຈາກ ຍີ່ປຸນ ແລະ ສ.ເກົາຫຼີ ດ້ວຍຍອດຈຳນວນທຶນຂຶ້ນເຖິງ 40 ຕື້ USD. ຕາມການສັງເກດຂອງບັນດານັກຮຽນຮູ້ກໍ່ຄືນັກຊ່ຽວຊານເສດຖະກິດຢູ່ ສິງກະໂປ ແລ້ວ, ໃນໄລຍະຈະມາເຖິງ, ຫວຽດນາມ ຈະແມ່ນປະເທດພັດທະນາຢ່າງແຮງໃນພາກພື້ນ. ເພາະສະນັ້ນ ທ່ານເອກອັກຄະລັດຖະທູດ ຫງວຽນຕ໋ຽນມີງ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຈະສ້າງພື້ນຖານ ເພື່ອຊຸກຍູ້ການພົວພັນ 2 ຝ່າຍກ່ວາອີກ, ບັນດາການນຳ 2 ຝ່າຍຈະພ້ອມກັນແລກປ່ຽນ ເພື່ອຊອກຫາບັນດາຮູບການລົງທຶນໃໝ່, ກາລະໂອກາດຮ່ວມມືໃໝ່ທີ່ເໝາະສົມກັບຄວາມສາມາດບົ່ມຊ້ອນພັດທະນາຂອງທັງ 2 ປະເທດ ພ້ອມທັງເໝາະສົມກັບທ່າອ່ຽງພັດທະນາໃໝ່ຂອງໂລກໃນໄລຍະຫັນເປັນໂລກາພິວັດ ແລະ ດີຈິຕອນໃນປະຈຸບັນ.