ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ກ່າວຄຳເຫັນທີ່ກອງ
ປະຊຸມສຳມະນາ
(ພາບ: VGP/Huy Thắng)
|
(vovworld) - ກອງປະຊຸມສຳມະນາ “ນະໂຍບາຍພັດທະນາອຸດສາຫະກຳຫວຽດນາມເຖິງປີ 2015 ສະພາບຕົວຈິງ ແລະ ທິດທາງ“ ໂດຍຄະນະເສດຖະກິດສູນກາງສົມທົບກັບກະຊວງອຸດສາຫະກຳ ການຄ້າ, ທະນາຄານໂລກຢູ່ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 20/6. ທີ່ກອງປະຊຸມສຳມະນາ, ບັນດາສຳມະນາກອນ ພາຍໃນ ແລະ ສາກົນໄດ້ເຮັດແຈ້ງ, ຫັນເປັນລະບົບທິດສະດີກ່ຽວກັບນະໂຍບາຍອຸດສາຫະກຳ, ນະໂຍບາຍພັດທະນາອຸດສາຫະກຳ, ບົດຮຽນຂອງສາກົນ ແລະ ບົດຮຽນໃຫ້ແກ່ຫວຽດນາມ. ກ່າວຄວາມເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍຊີ້ແຈ້ງວ່າ, ມາຮອດປະຈຸບັນ, ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າ 10 ສະບັບ, ປີ 2015 ຈະເຊັນສັນຍາການຄ້າເສລີຕື່ມອີກ 8 ສະບັບ, ໃນນັ້ນອາດຈະມີສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ນັບແຕ່ນີ້ເຖິງປີ 2020 ຈະມີ 20 ກວ່າສັນຍາການຄ້າເສລີໄດ້ຮັບການລົງນາມ. ຍ້ອນເຫດນັ້ນຕ້ອງກຳໄດ້ບັນດາກາລະໂອກາດ ແລະ ການທ້າທາຍ ເພື່ອມີລັດຖະນະໂຍບາຍຢ່າງເໝາະສົມ, ແນໃສ່ປະຕິບັດຍຸດທະສາດພັດທະນາອຸດສາຫະກຳຫວຽດນາມເຖິງປີ 2025, ວິໄສທັດເຖິງປີ 2035 ຢ່າງມີໄຊ:
“ເລື່ອງຫວຽດນາມພວມພັດທະນາອຸດສາຫະກຳໄວຄືແນວນັ້ນ, ເລື່ອງເພີ່ມທະວີການປົກປ້ອງຊັບສິນທາງປັນຍາຈະກາຍເປັນກຳລັງໜູນນະໂຍບາຍໃຫ້ແກ່ການພັດທະນາອຸດສາຫະກຳ. ເພາະວ່າຢາກຍົກສູງຄວາມສາມາດ ຫົວຄິດປະດິດສ້າງໃຫ້ປະເທດ ຫຼືໃຫ້ຂະແໜງອຸດສາຫະກຳ, ພວກເຮົາຕ້ອງເອົາໃຈໃສ່ທີ່ສຸດເຖິງນະໂຍບາຍກ່ຽວກັບການປົກປ້ອງຊັບສິນທາງສັນຍາ“.