ກ່າວ​ເຕືອນ​ພົນ​ລະ​ເມືອງ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ຫຼີກ​ລ້ຽງ​ໄປ​ຍັງ​​ເຂດ​​ເກີດ​ການ​ປະ​ທະ​ກັນ

(VOVWORLD) -ຕໍ່ໜ້າບັນດາການຜັນແປຢ່າງສັບສົນໃນປັດຈຸບັນຢູ່ ຢູແກຼນ, ກົມກົງສູນ - ກະຊວງການຕ່າງປະເທດຫວຽດນາມ ໄດ້ກ່າວເຕືອນພົນລະເມືອງ ຫວຽດນາມ ຈົ່ງຫຼີກລ້ຽງໄປຍັງເຂດທີ່ເກີດການປະທະກັນ ຖ້າບໍ່ມີວຽກຈຳເປັນ, ໃຫ້ຕິດຕາມສະພາບການຢ່າງເປັນປະຈຳ ແລະ ປະຕິບັດບັນດາຄຳກ່າວເຕືອນ, ການແນະນຳ

ກ່າວ​ເຕືອນ​ພົນ​ລະ​ເມືອງ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ຫຼີກ​ລ້ຽງ​ໄປ​ຍັງ​​ເຂດ​​ເກີດ​ການ​ປະ​ທະ​ກັນ - ảnh 1ພາບປະກອບ: Getty

ຂອງບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຢູ່ທ້ອງຖິ່ນ ແລະ ສະຖານທູດ ຫວຽດນາມ ປະຈຳ ຢູແກຼນ ຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນ.

ເພື່ອໄດ້ຮັບການໜູນຊ່ວຍໃນກໍລະນີທີ່ຈຳເປັນ, ພົນລະເມືອງຕິດຕໍ່ຕາມເບີໂທລະສັບສາຍດ່ວນ ປົກປ້ອງພົນລະເມືອງ: ສະຖານທູດ ຫວຽດນາມ ປະຈຳ ຢູແກຼນ: +380 63 863 8999, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ: +799 1682 1617, ສູນປົກປ້ອງພົນລະເມືອງ ຂອງກົມກົງສູນ, ກະຊວງການຕ່າງປະເທດຫວຽດນາມ: +84 981 84 84 84.

ຕອບກັບ

ຂ່າວ/ບົດ​ອື່ນ