ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບຂົງເຂດວົງຈອນລວມ
|
(vovworld)- ວັນທີ 22/10, ຢູ່ນະຄອນໂຮ່ຈິມິນ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ໄດ້ສົມທົບກັບສະຫະສະມາຄົມວິສາວະກອນໄຟຟ້າຍີປຸ່ນ ໄຂກອງປະຊຸມສາກົນກ່ຽວກັບຂົງເຂດວົງຈອນລວມ ໂດຍມີການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ບັນດານັກວິທະຍາສາດທີ່ເຄື່ອນໄຫວໃນຂົງເຂດວົງຈອນລວມຈຳນວນ 250 ຄົນ ພ້ອມກັບສາດສະດາຈານຊັ້ນນຳ ກວ່າ 50 ຄົນທີ່ເຄືຶ່ອນໄຫວໃນຂົງເຂດການອອກແບບ ແລະ ຜະລິດວົງຈອນລວມທີ່ມາຈາກຍີປຸ່ນ, ອາເມລິກາ, ສະວິດ, ສ.ເກົາຫຼີ…..ມີບົດລາຍງານວິທະຍາສາດກວ່າ 40 ບົດໄດ້ຖືກສົ່ງເຖິງກອງປະຊຸມ, ໃນນັ້ນ ບັນດາຜູ້ແທນໄດ້ເລັ່ງໃສ່ປຶກສາຫາລື 2 ຫົວຂໍ້ສຳຄັນຄື : “ ກຳນົດທິດພັດທະນາຂະແໜງອຸດສາຫະກຳ ວົງຈອນລວມຫວຽດນາມ ” ແລະ ການຄົ້ນຄ້ວາ ແລະ ບຳລຸງສ້າງໃນຂົງເຂດ ວົງຈອນລວມ ” ແນໃສ່ກຳນົດທິດໃຫ້ຂະແໜງອຸດສາຫະກຳ ວົງຈອນລວມຫວຽດນາມ ຈາກບັນຫາຄົ້ນຄ້ວາຜະລິດອອກຜະລິດຕະພັນຕະຫຼອດຮອດການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ.