ກຳປັນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ແລະຢີປຸ່ນຈະມາຮອດນະຄອນໂຮ່ຈິີມິນໃນລະຫວ່າງວັນທີ11-14/11
ກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຢີປຸ່ນ
(vovworld)- ໃນການເດີນທະເລ ແຫ່ງນ້ຳໃຈມິດຕະພາບຖານເພື່ອນມິດ ຂອງຊາວໜຸ່ມ ທີ່ໄປຜ່ານ 5 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ຢີ່ປຸ່ນ, ກຳປັ່ນຊາວໜຸ່ມອາຊີຕາ ເວັນອອກສ່ຽງໃຕ້ ແລະ ຢີ່ປຸ່ນ ຄັ້ງທີ 43 (SSEAYP) ປີ 2016 ຈະມາຮອດນະຄອນໂຮ່ຈີມິນ ໃນລະຫວ່າງ ວັນທີ 11-14/11. ໃນຊຸມວັນແວ່ຢາມນະຄອນໂຮ່ຈີມິນ, ຜູ້ແທນບັນດາປະເທດ ຈະເຂົ້າຮ່ວມການເຄື່ອນໄຫວ ພົບປະແລກປ່ຽນ ກັບຊາວໜຸ່ມ ແລະ ປະຊາຊົນນະຄອນໂຮ່ຈີມິນຫຼາຍຢ່າງ. ບັນດາຜູ້ແທນຈະພ້ອມກັນພົບປະແລກປ່ຽນ ກັບສະມາຊິກ, ຊາວໜຸ່ມ ຢູ່ບັນດາຮາກຖານ ຂອງຄະນະຊາວໜຸ່ມນະຄອນ ກ່ຽວກັບ 8 ຫົວຂໍ້ໃຫຍ່ລວມມີ: ວິສາຫະກິດໜຸ່ມ; ສົ່ງເສີມການແລກປ່ຽນຂ້າມວັດທະນະທຳ; ສິ່ງແວດລ້ອມ-ຫຼຸດຜ່ອນໄພພິບັດທຳມະຊາດ; ສະບຽງອາຫານ ແລະ ໂພສະນາການ; ສຸຂະພາບ-ປ້ອງກັນຕ້ານ HIV/AIDS; ການຮ່ວມມືອາຊຽນ - ຢີ່ປຸ່ນ; ການສຶກສາໃນໂຮງຮຽນ; ການສື່ສານ ແລະ ໂຄງສະນາ.
ກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຢີ່ປຸ່ນ ແມ່ນໂຄງການຮ່ວມມື ລະຫວ່າງ ລັດຖະບານ 10 ປະເທດອາຊຽນ ແລະ ຢີ່ປຸ່ນ ເພື່ອແນໃສ່ເພີ່ມທະວີການພົວພັນພົບປະແລກປ່ຽນ, ມິດຕະພາບ ລະຫວ່າງຊາວໜຸ່ມ ບັນດາປະເທດອາຊຽນ ແລະ ຢີປຸ່ນ. ລາຍການໄດ້ເລີ່ມຕົ້ນແຕ່ປີ 1974, ຫວຽດນາມ ໄດ້ເຂົ້າຮ່ວມລາຍການ ແຕ່ປີ 1995 ຮອດປັດຈຸບັນ.