ພາບປະກອບ:phunutoday.vn
|
(vovworld)- ພົນເຮືອເອກ Agus Heryana, ຜູ້ບັນຊາການທະຫານເຮືອເຂດ 4 ຂອງອິນໂດເນເຊຍ ຢູ່ Tanjungpinang ໃຫ້ຮູ້ວ່າ: ມີກຳປັ່ນທະຫານຢ່າງຫນ້ອຍສຸດ 40 ລຳຂອງທະຫານເຮືອ 10 ປະເທດສະມາຊິກ ອາຊຽນ ແລະ 8 ປະເທດຄູ່ຮ່ວມມືຄູ່ເຈລະຈາຂອງ ອາຊຽນ ເຂົ້າຮ່ວມການຊ້ອມຮົບຮ່ວມ ອາຊຽນ +8 ຈະມາເຖິງ. ຕາມຂໍ້ລິເລີ່ມໂດຍ ອິນໂດເນເຊຍ ແລະ ອາເມລິກາ ສະເຫນີ, ອາຊຽນ ຈະດຳເນີນການຊ້ອມຮົບຮ່ວມທະຫານເຮືອຫລາຍຝ່າຍກັບ 8 ປະເທດຄູ່ເຈລະຈາ ໂດຍອິນໂດເນເຊຍ ເປັນເຈົ້າພາບ. ການຊ້ອມຮົບດັ່ງກ່າວດຳເນີນໃນເດືອນ 4/2014 ຢູ່ ບັນດາເຂດທະເລ Batam, Natuna ແລະ Anambas ຂຶ້ນກັບ ອິນໂດເນເຊຍ ຕິດກັບທະເລຕາເວັນອອກ. ການຊ້ອມຮົບດັ່ງກ່າວບໍ່ພຽງແຕ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຍົກສູງຄວາມຊຳນານງານການປະຕິບັດຫນ້າທີ່ ແລະ ການສົມທົບເຄ່ືອນໄຫວຂອງທະຫານເຮືອບັນດາປະເທດເທົ່ານັ້ນ ຫາກຍັງຊ່ວຍປັບປຸງບັນດາເງື່ອນໄຂເສດຖະກິດຂອງປະຊາຊົນປະເທດປະຈຳຖິ່ນ ດ້ວຍການເຄ່ືອນໄຫວດຳເນີນທຸລະກິດ ແລະ ສະຫນອງເຄ່ືອງຂອງທີ່ຈຳເປັນໃຫ້ແກ່ບັນດາກຳລັງທະຫານເຮືອ ອາຊຽນ + 8 ເຂົ້າຮ່ວມການຊ້ອມຮົບ.