(vovworld) – ວັນທີ 4/3, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hunsen ໄດ້ຢັ້ງຢືນຄືນໃໝ່ວ່າ: ລັດຖະບານປະເທດນີ້ຈະບໍ່ອະໄພໂທດໃຫ້ບັນດາການແຫ່ຂະບວນປະທ້ວງ ຫຼື ການນັດຢຸດງານຜິດກົດໝາຍໂດຍຝ່າຍຄ້ານ ແລະ ບັນດາສະມາພັນສະໜັບສະໜູນຝ່າຍຄ້ານຈັດຕັ້ງ.
ກ່າວຄຳເຫັນທີ່ເວທີປາໄສລັດຖະບານ - ພາກເອກະຊົນຄັ້ງທີ 17, ທ່ານນາຍົກລັດຖະມົນຕີ Hunsen ຊີ້ແຈ້ງວ່າ: ພັກກູ້ຊາດ ກຳປູເຈຍ (CNRP) ຝ່າຍຄ້ານ ແລະ ບັນດາບັນດາສະມາພັນສະໜັບສະໜູນພັກນີ້ໄດ້ ຍຸຍົງສົ່ງເສີມກຳມະກອນຂະແໜງຕຳແຜ່ນຕັດຫຍິບດຳເນີນການແຫ່ຂະບວນປະທ້ວງ, ນັດຢຸດງານຜິດກົດໝາຍຄັ້ງຕ່າງໆ, ທວງໃຫ້ເພີ່ມເງິນເດືອນໂດຍໄຮ້ເຫດຜົນ.
ພັກ CNRP ແລະ 6 ບັນດາສະມາພັນສະໜັບສະໜູນພັກນີ້ ໄດ້ຈັດຕັ້ງການແຫ່ຂະບວນປະທ້ວງຫຼາຍຄັ້ງນັບແຕ່ວັນເລືອກຕັ້ງທົ່ວປະເທດ ທີ່ກໍ່ຄວາມຖົກຖຽງກັນເມື່ອເດືອນ 7/2013. ຕາມໝາກຜົນຂອງການເລືອກຕັ້ງແລ້ວ, ພັກ ປະຊາຊົນກຳປູເຈຍ (CPP) ກຳອຳນາດຂອງທ່ານນາຍົກລັດຖະມົນຕີ Hunsen ຍາດໄດ້ 68 ທີ່ນັ່ງ ແລະ ພັກ CNRP ຍາດໄດ້ 55 ທີ່ນັ່ງໃນສະພາແຫ່ງຊາດ. CNRP ກ່າວຫາມີການສໍ້ໂກງ ແລະ ບໍ່ຍອມຮັບໝາກຜົນການເລືອກຕັ້ງ, ຄັດຄ້ານສະພາແຫ່ງຊາດຊຸດໃໝ່, ຈັດຕັ້ງການແຫ່ຂະບວນປະທ້ວງຮຽກຮ້ອງທ່ານນາຍົກລັດຖະມົນຕີ Hunsen ລາອອກຈາກຕຳແໜ່ງ ແລະ ດຳເນີນການເລືອກຕັ້ງຄືນໃໝ່.