ກຳປູເຈຍປະກາດໝາກຜົນການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 ຢ່າງເປັນທາງການ

ກຳປູເຈຍປະກາດໝາກຜົນການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 ຢ່າງເປັນທາງການ - ảnh 1
ກຳປູເຈຍ ປະກາດໝາກຜົນການເລືອກຕັ້ງສະພາແຫ່ງຊາດ
ຢ່າງເປັນທາງການ
ພາບ: internet


(vovworld)- ຕອນ​ເຊົ້າ​ວັນ​ທີ 8/9, ຄະນະ​ກຳມະການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ (NEC) ​ໄດ້​ປະກາດ​ໝາກຜົນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ຊຸດ​ທີ 5 ຢ່າງ​ເປັນ​ທາງ​ການ ຊື່​ງດຳ​ເນີນ​ໄປ​ໃນ​ວັນ​ທີ 28/7 ຜ່ານ​ມາ. ຕາມ​ນັ້ນ​ແລ້ວ ​ໃນ 8 ພັກ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ ມີ​ພຽງ​ແຕ່​ພັກ​ປະຊາຊົນ ກຳປູ​ເຈຍ CPP ​ແລະ ພັກ​ກູ້​ຊາດ ກຳປູ​ເຈຍ CNPP ມີ​ທີ່​ນ່ັງ​ໃນ​ສະພາ​ແຫ່ງ​ຊາດ​ອາຍຸ​ການ​ນີ້. ລະອຽດ​ຄື​ ພັກ CPP  ຍາດ​ໄດ້ 68 ທີ່​ນັ່ງ ​ໃນ​ຍອດຈຳ​ນວນ 123 ທີ່​ນັ່ງ, 55 ທີ່​ນັ່ງ​ຍັງ​ເຫລືອ​ແມ່ນ​ຂຶ້ນ​ກັບ​ພັກ CNRP. ປະ​ຈຸ​ບັນ ພັກ CNRP ບໍ່​ຍອມຮັບ​ໝາກຜົນ​ການ​ເລືອກ​ຕັ້ງ, ເຂົາ​ເຈົ້າ​ຖື​ວ່າ ພັກ CNRP ຍາດ​ໄດ້ 63 ທີ່​ນັ່ງ ​ແລະ ຮຽກຮ້ອງ​ສ້າງ​ຕັ້ງ​ຄະນະ​ກຳມະການ​ປະສົມ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ສປຊ ​ແລະ ຜູ້ຕາງຫນ້າ​ບັນດາ​ອົງການ​ພົນລະ​ເຮືອນ​ສັງ​ຄົມ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ສືບສວນ.

ຂ່າວ/ບົດ​ອື່ນ