ກຳປູເຈຍປະຕິເສດແຫຼ່ງຂ່າວກອງທັບປະເທດນີ້ແຊກແຊງກໍ່ການຈາລະຈົນຢູ່ໄທ
ພາບປະກອບ
(vovworld) – ວັນທີ 12/2, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ Tea Banh ໄດ້ປະຕິເສດແຫ່ງຂ່າວໂດຍຖືວ່າ: ກຳລັງປະກອບອາວຸດປະເທດນີ້ໄດ້ແຊກແຊງ ແລະ ກໍ່ການຈາລະຈົນຢູ່ໄທ ໃນວິກິດການການເມືອງຫວ່າງແລ້ວນີ້ຢູ່ ປະເທດນີ້.
ທ່ານ Tea Banh ເນັ້ນໜັກວ່ານັ້ນແມ່ນບັນຫາພາຍໃນປະເທດຂອງໄທ, ບໍ່ກ່ຽວຂ້ອງເຖິງກຳປູເຈຍ ແລະ ໃຫ້ຮູ້ວ່າ ປະເທດນີ້ພວມຕັ້ງໜ້າຮ່ວມມືເພື່ອຊຸກຍູ້ການພົວພັນ ແລະ ການຮ່ວມມື 2 ຝ່າຍກັບ ໄທ ກ່ວາອີກ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ ຍົກອອກຖະແຫຼງການດັ່ງກ່າວ ພາຍຫຼັງທີ່ມີບັນດາແຫຼ່ງຂ່າວຈາກ ໄທ ກ່າວປະນາມກອງທັບ ກຳປູເຈຍ ໄດ້ແຊກແຊງເຂົ້າ ແລະ ກໍ່ຄວາມວຸນວາຍໃນການແຫ່ຂະບວນປະທ້ວງຕ້ານລັດຖະບານຢູນະຄອນຫຼວງ ບາງກອກ ໄລຍະຜ່ານມາ.