ກຳປູເຈຍ:ພັກຝ່າຍຄ້ານຮຽກຮ້ອງໂອ້ລົມສົນທະນາແກ້ໄຂຄວາມບໍ່ລົງລອຍກັນດ້ານການເມືອງ

ກຳປູເຈຍ:ພັກຝ່າຍຄ້ານຮຽກຮ້ອງໂອ້ລົມສົນທະນາແກ້ໄຂຄວາມບໍ່ລົງລອຍກັນດ້ານການເມືອງ - ảnh 1
ທ່ານ​ປະທານ​ພັກ CNRP Sam Rainsy
(ພາບ: AP)

(vovworld) –  ​ໂດຍ​ໂຕ້ຕອບບົດ​ກ່າວ​ປາ​ໄສ​ໃນ​ເດືອນ​ກ່ອນ​ຂອງ​ທ່ານ Sar Kheng, ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ກຳປູ​ເຈຍ, ການ​ນຳ​ຂັ້ນ​ສູງ​ພັກ ປະຊາຊົນ ກຳປູ​ເຈຍ (CPP) ກຳ​ອຳນາດ ທີ່​ວ່າ: ພັກ CPP ຍັງ​ຄົງ​ສ້າງ​ໂອກາດ​ເພື່ອ​ໂອ້​ລົມ​ສົນ​ທະ​ນາ​ກັບ ພັກ​ກູ້​ຊາດ ກຳປູ​ເຈຍ (CNRP) ຝ່າຍ​ຄ້ານ, ວັນ​ທີ 29/5, ທ່ານ​ປະທານ​ພັກ CNRP Sam Rainsy ຮຽກຮ້ອງ​​ໂອ້​ລົມ​ສົນທະນາ​ກັບ CPP ​ເພື່ອ​ແນ​ໃສ່​ຢຸດຕິ​ບັນດາ​ການ​ຖົກ​ຖຽງ​ກັນ​ພາຍຫຼັງ​ການ​ເລືອກ​ຕັ້ງ​ທີ່​ແກ່ຍາວ​ຕະຫຼອດ 9 ​ເດືອນ​ຜ່ານ​ມາ. ທີ່​ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫຼວງ ພະນົມ​ເປັນ, ທ່ານ Sam Rainsy ຖື​ວ່າ: ພຽງ​ມີ​ການ​​ໂອ້​ລົ​ມສົນທະນາ​ລະຫວ່າງ 2 ພັກ ຈຶ່ງ​ສາມາດ​ຢຸດຕິ​ສະພາບ​ການ​ເມືອງບໍ່​ມີ​ທາງ​ອອກ​ດ້ານ​ການ​ເມືອງ​ໃນ​ປະຈຸ​ບັນ​ໄດ້. CNRP ຢາກ​ຊອກ​ຫາ​ມາດ​ຕະກາ​ນສັນ​ຕິ​ພາບ​ໃຫ້​​ແກ່ບັນດາການ​ຖົກ​ຖຽງກັນ​​ໃນ​ປະຈຸ​ບັນ ​ແລະ ຮັບປະກັນ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ຈະ​ມາ​ເຖິງ​ຖືກ​ດຳ​ເນີນ​ໄປ​ຢ່າງ​ເສລີ ​ແລະ ຍຸຕິທຳ.

        CNRP ​ໄດ້​ປະຕິ​ເສດ​ສະພາ​ແຫ່ງ​ຊາດ ພາຍຫຼັງ​ການ​ເລືອກ​ຕັ້ງ​​ເມື່ອ​ເດືອນ 7/2013 ຍ້ອນ​ສາຍ​ເຫດ​ມີ​ການ​ຜິດ​ພາດ​ຫຼາຍ​ຢ່າງ, ທວງ​ໃຫ້ຈັດການ​ສືບສວນ ຫຼື ​ເລືອ​ກຕັ້ງ​ໂດຍໄວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, CPP ​ໄດ້​ປະຕິ​ເສດ​ບັນດາ​ຄຳ​ກ່າວຫາ​ຂອງ​ຝ່າຍ​ຄ້ານ ​ແລະ ສືບ​ຕໍ່​ຊີ້ນຳນຳພາ​ບັນດາ​ອົງການ​ນິຕິ​ບັນຍັດ ​ແລະ ບໍລິຫານຈົນເຖິງ​ປະຈຸ​ບັນ.


ຂ່າວ/ບົດ​ອື່ນ