ກຳປູເຈຍສືບຕໍ່ແກ້ໄຂຄຳຮ້ອງທຸກກ່ຽວກັບການເລືອກຕັ້ງ
ພັກການເມືອງຝ່າຍຄ້ານບໍ່ເຫັນດີຕໍ່ຂໍ້ຕົກລົງຂອງ NEC
ພາບ:internet
|
(vovworld)-ນັບແຕ່ວັນທີ 17-19/8, ສະພາລັດຖະທຳມະນູນ ກຳປູເຈຍ ສືບຕໍ່ຮັບຄຳຮ້ອງທຸກຂອງບັນດາພັກການເມືອງບໍ່ເຫັນດີຕໍ່ຂໍ້ຕົກລົງຂອງຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ໃນການແກ້ໄຂຄຳຮ້ອງທຸກກ່ຽວກັບການເລືອກ ຕັ້ງສະພາແຫ່ງຊາດຊຸດທີ 5 ຊື່ງຈັດຂຶ້ນໃນວັນທີ 28/7 ຜ່ານມາ. ກ່ອນຫນ້ານັ້ນ ວັນທີ 16/8, NEC ໄດ້ອອກຂໍ້ຕົກລົງປະຕິເສດບັນດາຄຳຮອ້ງທຸກຂອງພັກກູ້ຊາດ ຝ່າຍຄ້ານ ຍ້ອນບັນດາຄຳຮ້ອງທຸກດັ່ງກ່າວແມ່ນໄຮ້ເຫດຜົນ ແລະ ບໍ່ເຮັດໃຫ້ໝາກຜົນການເລືອກຕັ້ງປ່ຽນແປງໄດ້. ຄາດວ່າ ໝາກຜົນການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຈະໄດ້ຮັບການປະກາດໃນວັນທີ 8/9 ພາຍຫລັງສະພາລັດຖະທຳມະນູນກຳປູເຈຍ ແກ້ໄຂບັນດາຄຳຮ້ອງທຸກດັ່ງກ່າວຂອງພັກຝ່າຍຄ້ານ.