ກຳປູເຈຍຮັບເອົາໜັງສືຈົດທະບຽນຫາສຽງເລືອກຕັ້ງ ໃຫ້ແກ່ການເລືອກຕັ້ງທົ່ວປະເທດ

(VOVWORLD) -ມາຮອດປະຈຸບັນ ໄດ້ມີ 18 ພັກການເມືອງຢູ່ກຳປູເຈຍໄດ້ມາຂໍແບບຟອມຈົດທະບຽນ  ເຂົ້າຮ່ວມ ການຫາສຽງເລືອກຕັ້ງ
ກຳປູເຈຍຮັບເອົາໜັງສືຈົດທະບຽນຫາສຽງເລືອກຕັ້ງ ໃຫ້ແກ່ການເລືອກຕັ້ງທົ່ວປະເທດ - ảnh 1 ນາຍົກລັດຖະມົນຕີ ຮຸນແຊນ ປ່ອນບັດເລືອກຕັ້ງສະພາສູງໃນເວລາທີ່ຜ່ານມາ 

ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ໃຫ້ຮູ້ໃນວັນທີ 30 ເມສາວ່າ : ໃນມື້ທຳອິດທີ່ດຳເນີນການຮັບເອົາໜັງສືຈົດທະບຽນເຂົ້າຮ່ວມການຫາສຽງເລືອກຕັ້ງຂອງບັນດາພັກການເມືອງຢູ່ພາຍໃນປະເທດ, ອົງການນີ້ ໄດ້ຮັບໜັງສືຈົດທະບຽນຫາສຽງເລືອກຕັ້ງຂອງ 2 ພັກການເມືອງ ນັ້ນແມ່ນພັກ ປະຊາຊົນກຳປູເຈຍ (CPP) ກຳອຳນາດຂອງທ່ານນາຍົກລັດຖະມົນຕີ ຮຸນແຊນ ແລະ ພັກຊາວໜຸ່ມກຳປູເຈຍ (CYP) ໃຫ້ແກ່ການເລືອກຕັ້ງທົ່ວປະເທດຊຶ່ງຄາດວ່າຈະຈັດຂຶ້ນໃນວັນທີ 29 ກໍລະກົດທີ່ຈະມາເຖິງ.

      ໂຄສົກຂອງ ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ ໃຫ້ຮູ້ວ່າ : ມາຮອດປະຈຸບັນ ໄດ້ມີ 18 ພັກການເມືອງ ໄດ້ມາຂໍແບບຟອມຈົດທະບຽນ  ເຂົ້າຮ່ວມ ການຫາສຽງເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ