ກຳປູເຈຍ ກະກຽມໃຫ້ແກ່ການໄປປະຕິບັດງານຢູ່ ມຽນມາ ເທື່ອທີ 2 ຂອງທູດພິເສດປະທານ ອາຊຽນ

(VOVWORLD) -ການໄປຢ້ຽມຢາມໄດ້ດຳເນີນດ້ວຍ 2 ເປົ້າໝາຍຕົ້ນຕໍແມ່ນ ຕິດຕາມ ແລະ ກວດກາຕິດຕາມການປະຕິບັດບັນດາຄຳໝັ້ນສັນຍາຂອງອຳນາດການປົກຄອງດ້ານການທະຫານ ມຽນມາ

ວັນທີ 02 ມິຖຸນາ, ທ່ານ Chum Sounry, ໂຄສົກກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ໃຫ້ຮູ້ວ່າ: ກຳປູເຈຍ ພວມຈັດແຈງໃຫ້ແກ່ການໄປຢ້ຽມຢາມ ມຽນມາ ເທື່ອທີ 2 ຂອງທູດພິເສດປະທານ ອາຊຽນ. ຄາດວ່າ, ການໄປຢ້ຽມຢາມຈະດຳເນີນໃນທ້າຍເດືອນ ມິຖຸນາ ຫຼື ຕົ້ນເດືອນ ກໍລະກົດ ນີ້. ການໄປຢ້ຽມຢາມໄດ້ດຳເນີນດ້ວຍ 2 ເປົ້າໝາຍຕົ້ນຕໍແມ່ນ ຕິດຕາມ ແລະ ກວດກາຕິດຕາມການປະຕິບັດບັນດາຄຳໝັ້ນສັນຍາຂອງອຳນາດການປົກຄອງດ້ານການທະຫານ ມຽນມາ ໃນກອງປະຊຸມທາບທາມຄວາມເຫັນກ່ຽວກັບບັນຫາໜູນຊ່ວຍມະນຸດສະທຳ ເຊິ່ງດຳເນີນຢູ່ ພະນົມເປັນ, ນະຄອນຫຼວງ ກຳປູເຈຍ, ໃນວັນທີ 06 ພຶດສະພາ ຜ່ານມາ; ສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ບາງການເຈລະຈາດ້ານການເມືອງຢ່າງຮອບດ້ານລະຫວ່າງບັນດາຝ່າຍ ດ້ວຍການຈັດກອງປະຊຸມກັບສະພາຄຸ້ມຄອງລັດ ມຽນມາ, ອົງການຈັດຕັ້ງປະກອບອາວຸດຊົນເຜົ່າ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ