ກຳປູເຈຍ ຮຽກຮ້ອງ ບໍ່ຄັດຄ້ານການເລືອກຕັ້ງ

(VOVWORLD) - NEC ກໍ່ຮຽກຮ້ອງບັນດາຜູ້ມີສິດເລືອກຕັ້ງທີ່ມີເງື່ອນໄຂຄົບຖ້ວນ ເຂົ້າຮ່ວມການປ່ອນບັດເລືອກຕັ້ງໃນວັນທີ 29 ກໍລະກົດ ຈະມາເຖິງເພື່ອແນໃສ່ປະຕິບັດສິດຜົນປະໂຫຍດຂອງຕົນ.

ວັນທີ 9 ເມສາ, ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ໄດ້ກ່າວເຕືອນວ່າ: ບໍ່ວ່າເປົ້າໝາຍໃດຮຽກຮ້ອງໃຫ້ປະຊາຊົນຄັດຄ້ານການເລືອກຕັ້ງທົ່ວປະເທດທີ່ຈະມາເຖິງຈະຖືກລົງໂທດ ແລະ ປະເຊີນໜ້າກັບການກະທຳຜິດທາງອາຍາ. ພ້ອມກັນນັ້ນ, NEC ກໍ່ຮຽກຮ້ອງບັນດາຜູ້ມີສິດເລືອກຕັ້ງທີ່ມີເງື່ອນໄຂຄົບຖ້ວນ ເຂົ້າຮ່ວມການປ່ອນບັດເລືອກຕັ້ງໃນວັນທີ 29 ກໍລະກົດ ຈະມາເຖິງເພື່ອແນໃສ່ປະຕິບັດສິດຜົນປະໂຫຍດຂອງຕົນ. ຄຳກ່າວເຕືອນດັ່ງກ່າວໄດ້ຍົກອອກມາພາຍຫຼັງທ່ານ Sam Rainsy, ປະທານພັກກູ້ຊາດ ກຳປູເຈຍ (CNRP), ພັກຝ່າຍຄ້ານໄດ້ຖືກຍຸບເລີກ, ໄດ້ຍຸແຍ່ປະຊາຊົນຄັດຄ້ານການເລືອກຕັ້ງທີ່ຈະມາເຖິງ ຖ້າຫາກວ່າ CNRP ບໍ່ໄດ້ຮັບອະນຸຍາດເຂົ້າຮ່ວມ. ບຸກຄົນດັ່ງກ່າວໄດ້ດຳລົງຊີວິດແບບພັດຖິ່ນຢູ່ ຝລັ່ງ ນັບແຕ່ເດືອນພະຈິກ 2015, ເພື່ອຫຼີກລ້ຽງການຕັດສິນລົງໂທດຈຳຄຸກຢ່າງໜ້ອຍ 8 ປີ.

        ການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດທີ VI ຈະດຳເນີນໃນວັນທີ 29 ກໍລະກົດ ຈະມາເຖິງ ເພື່ອເລືອກເອົາສະມາຊິກສະພາແຫ່ງຊາດ 125 ທ່ານ. ຕາມຕົວເລກສະຖິຕິຂອງກະຊວງພາຍໃນກຳປູເຈຍ ແລ້ວ, ປະຈຸບັນ, ມີ 37 ພັກການເມືອງ ໄດ້ຮັບການຮັບຮອງຖືກຕ້ອງຕາມກົດໝາຍຢ່າງເປັນທາງການຈາກອົງການນີ້. ໃນນັ້ນ, ມີຫຼາຍພັກການເມືອງ, ທັງໃໝ່ ແລະ ເກົ່າ, ລ້ວນແຕ່ປະກາດຈະເຂົ້າຮ່ວມການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ