(vovworld) - ວັນທີ 26/06, ໂຄສົກຂອງກຳລັງຕຳຫຼວດແຫ່ງຊາດ ກຳປູເຈຍ, ທ່ານພົນຕີ Kirt Chantharith ໃຫ້ຮູ້ວ່າ ບັນດາກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ ໄດ້ກຽມພ້ອມເພື່ອຜັນຂະຫຍາຍເພື່ອຮັບປະກັນຄວາມປອດໄພໃນຕະຫຼອດເວລາດຳເນີນບັ້ນຂົນຂວາຍຫາສຽງເລືອກຕັ້ງເຂົ້າສະພາແຫ່ງຊາດອາຍຸການທີ 5, ຊຶ່ງຄາດວ່າຈະດຳເນີນໃນວັນທີ 28/07. ຕາມທ່ານ Kirt Chantharith ແລ້ວ, ມີພາລະກອນປ້ອງກັນຄວາມສະຫງົບ 20.000 ຄົນ ຈະໄດ້ຮັບການຜັນຂະຫຍາຍໃນຕະຫຼອດ 1 ເດືອນທີ່ດຳເນີນບັ້ນຂົນຂວາຍຫາສຽງເລືອກຕັ້ງ ແລະ ໃນວັນເລືອກຕັ້ງ ເພື່ອຮັບປະກັນຄວາມປອດໄພໃຫ້ບັນດາພັກການເມືອງ ແລະ ຜູ້ມີສິດເລືອກຕັ້ງ. ຕາມຄະນະກຳມະການເລືອກຕັ້ງສະພາແຫ່ງຊາດກຳປູເຈຍ ແລ້ວ, ມີຜູ້ມີສິດເລືອກຕັ້ງເກືອບ 9,7 ລ້ານຄົນ ຈະໄປປ່ອນບັດເລືອກຕັ້ງ ເພື່ອເລືອກເອົາ 123 ທີ່ນັ່ງໃນສະພາແຫ່ງຊາດ. ໃນການຫາສຽງເລືອກຕັ້ງຄັ້ງນີ້ມີ 8 ພັກການເມືອງກຳປູເຈຍ ຈະເຂົ້າຮ່ວມ.