ກຳມະກອນແຮງງານຂັ້ນສູງແມ່ນກຳລັງໜູນຂອງການເຕີບໂຕ

(VOVWORLD) - ຕອນເຊົ້າວັນທີ 05 ພຶດສະພາ, ທີ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະ, ໂອ້ລົມສົນທະນາກັບກຳມະກອນ, ຊາວຜູ້ອອກແຮງງານ 1000 ຄົນ, ໃນນັ້ນມີກຳມະກອນ, ຊາວຜູ້ອອກແຮງງານເຕັກນິກສູງ 90 ຄົນ. 
ກຳມະກອນແຮງງານຂັ້ນສູງແມ່ນກຳລັງໜູນຂອງການເຕີບໂຕ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະ, ໂອ້ລົມສົນທະນາກັບກຳມະກອນ, ຊາວຜູ້ອອກແຮງງານ (ພາບ: VGP)

ເຫດການໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຕັັ້ງ. ນີ້ເປັນຄັ້ງທີ 4 ທີ່ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະ, ໂອ້ລົມສົນທະນາໂດຍກົງກັບຊາວຜູ້ອອກແຮງງານ ເພື່ອຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາ, ຂໍ້ສະເໜີນະໂຍບາຍຂອງກຳມະກອນ, ຊາວຜູ້ອອກແຮງງານຕໍ່ການພັດທະນາຂອງວິສາຫະກິດ, ທ້ອງຖິ່ນ, ຂະແໜງການ ແລະ ປະເທດຊາດ.

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ກຳມະກອນເຕັກນິກສູງແມ່ນໜຶ່ງໃນບັນດາກຳລັງໜູນພັດທະນາປະເທດຊາດ”, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        ຫວຽດນາມ ແມ່ນພື້ນຖານເສດຖະກິດພັດທະນາຢ່າງວ່ອງໄວແຕ່ມີຈຸດເລີ່ມຕົ້ນຕ່ຳ. ເບິ່ງລວມແລ້ວ, ວິສາຫະກິດມີສະມັດຕະພາບຕ່ຳ, ກຳລັງແກ່ງແຍ້ງຂອງແຕ່ລະວິສາຫະກິດ ແລະ ທົ່ວພື້ນຖານເສດຖະກິດຍັງມີຄວາມຈຳກັດ, ຊຶ່ງເຫດຜົນທຳອິດແມ່ນຂາດແຄນກຳມະກອນເຕັກນິກສູງຢ່າງຮ້າຍແຮງ, ທັງດ້ານປະລິມານ ແລະ ຄຸນນະພາບ. ຂ້າພະເຈົ້າຖືວ່າ: ການປ່ຽນແປງໃໝ່ປະດິດຄິດສ້າງ, ວິທະຍາສາດເຕັກໂນໂລຊີແມ່ນໜຶ່ງໃນບັນດາປັດໄຈຕັດສິນຕໍ່ການພັດທະນາປະເທດຊາດ. ດັ່ງນັ້ນ, ການພັດທະນາແຫຼ່ງຊັບພະຍາກອນມະນຸດໄດ້ຮັບການກຳນົດວ່າແມ່ນໜຶ່ງໃນສາມຂອດບຸກທະລຸເພື່ອພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ