(vovworld) – ຕອນບ່າຍວັນທີ 7/8, ຄະນະປະຕິບັດງານພິເສດຂອງສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ປະຕິບັດສໍາເລັດລະບຽບການສຸດທ້າຍໃຫ້ແກ່ການຕ້ອນຮັບກຳມະກອນ ຫວຽດນາມ 25 ຄົນທີ່ເຮັດວຽກຢູ່ລີບີ ຜ່ານຊາຍແດນທາງບົກ Salloum ເຂົ້າປະເທດ ອີຢິບ, ກ່ອນທີ່ກັບເມືອ ຫວຽດນາມ. ຕອນເຊົ້າວັນທີ 8/8 ຕາມເວລາ ຫວຽດນາມ, ຄາດວ່າຄະນະຈະໄປຮອດສະໜາມບິນສາກົນ ກາຍໂຣ ແລະ ຈະເມືອຮອດນະຄອນໂຮ່ຈີມິນ ໃນເວລາ 12 ໂມງ 50 ນາທີ ວັນທີ 9/8 ແລະ ບັນດາກຳມະກອນຈະສືບຕໍ່ຖ້ຽວບິນນະຄອນ ໂຮ່ຈິມິນ - ຮ່າໂນ້ຍ ໃນວັນດຽວກັນ. ມາຮອດຈຸດເວລານີ້, ສຸຂະພາບກຳມະກອນທັງໝົດ 25 ຄົນຍັງແຂງແຮງຢູ່, ຈິດໃຈເປັນປົກກະຕິ.
ແລະກໍ່ໃນຕອນບ່າຍວັນທີ 7/8, ຄະນະປະຕິບັດງານພິເສດຂອງບໍລິສັດ Vinamex ໄດ້ໄປເຖິງ ກາຍໂຣ, ເພື່ອກະກຽມຜັນຂະຫຍາຍແຜນການນຳເອົາກຳມະກອນ 682 ຄົນຂອງບໍລິສັດ ທີ່ພວມເຮັດວຽກຢູ່ບໍລິສັດ 2 ແຫ່ງຂອງ ສ. ເກົາຫຼີ ຢູ່ ລີບີ ກັບເມືອ ຫວຽດນາມດ້ວຍທາງການບິນ.
ປະຈຸບັນ, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ພວມຕັ້ງໜ້າສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງເພື່ອໃຫ້ແຜນການອົບພະຍົບຢ່າງລະອຽດນີ້ສາມາດປະຕິບັດໄດ້.
ຕາມຂ່າວຫຼ້າສຸດ, ໄລ່ຮອດວັນທີ 7/8, ໄດ້ມີຄົນງານ ຫວຽດນາມ 216 ຄົນຈາກ ລີບີກັບເມືອປະເທດຢ່າງປອດໄພ ແລະ 50 ຄົນອີກພວມເດີນທາງອອກຈາກ ລີບີ.