ກຳມະການກົມການເມືອງ Le Hong Anh ຢ້ຽມຢາມ ສະຖາທູດ ຫວຽດນາມ ປະຈຳລາວ

ກຳມະການກົມການເມືອງ Le Hong Anh ຢ້ຽມຢາມ ສະຖາທູດ ຫວຽດນາມ ປະຈຳລາວ - ảnh 1
ກຳມະການ​ກົມ​ການ​ເມືອງ Le Hong Anh ຢ້ຽມຢາມ ​​ສະຖາ​ທູດ ​ຫວຽດນາມ ປະຈຳ​ລາວ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ວັນ​ທີ 19/7, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ສປປ ລາວ ຢ່າງ​ເປັນ​ທາງ​ການ, ທ່ານ Le Hong Anh, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ​ສະຖານທູດ​ຫວຽ​ດນາມ ປະຈຳ​ລາວ, ຜູ້ຕາງໜ້າ​ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ​ແລະ ວິ​ສາ​ຫະກິດ​ຫວຽດນາມ ຢູ່ ລາວ. ​ໂດຍ​ຕາງໜ້າ​ການ​ນຳ​ພັກ, ລັດ, ທ່ານ Le Hong Anh ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງການ​ຕາງໜ້າ​ຫວຽດນາມ ປະຈຳ ລາວ ​ເຊິ່ງ​ໄດ້ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ຜົນ​ສະ​ເລັດ​ຂອງ​ການ​ຢ້ຽມຢາມ ກໍ​ຄື​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ​ໃຫ້ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ເປັນ​ປົກກະຕິ, ​ເຈື່ອຈານ​ຢ່າງຮອບດ້ານ​ເຂົ້າ​ໃນ​ສັງຄົມ​ຂອງ​ປະ​ເທດ​ລາວ. ພ້ອມ​ທັງ, ຍ້ອງຍໍ​ສັນລະ​ເສີນ​ບັນດາ​ຜົນງານ, ​ຄວາມ​ພະຍາຍາມ​ຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ​ຍາມ​ໃດ​ກໍ​ອວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ ​ແລະ ຫວັງ​ວ່າ ຊາວ​ຫວຽ​ດນາມ ອາ​ໄສ​ຢູ່​ລາວ​ຈະ​ຜ່ານ​ຜ່າ​ທຸກໆ​ຄວາມ​ຫຍຸ້ງຍາກ, ສືບ​ຕໍ່​ເຊື່ອມ​ໂຍງ​ກັບສັງຄົມ​ລາວ, ປະຕິບັດ​ກົດໝາຍ​ຂອງ​ປະ​ເທດ​ລາວ ຢ່າງ​ເຂັ້ມ​ງວດ, ສາມັກຄີ​​ຊ່ວຍເຫຼືອ​ເຊິ່ງກັນ ​ແລະ ກັນ, ພ້ອມ​ທັງ​ມີ​ການ​ເຄື່ອນ​ໄຫ​ວທີ່​ແທດ​ຈິງ​ຕ່າງໆ​ເພື່ອ​ອ່ວາຍ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ.

 

ຂ່າວ/ບົດ​ອື່ນ