ກຳມະບານຍັງຕ້ອງການຊຸກຍູ້ການພັດທະນາຂອງວິສາຫະກິດ
(ທ່ານເລຂາຄະນະພັກ ດີງລາທັງ ເຮັດວຽກກັບສະຫະພັນໃຫຍ່
ແຮງງານ ຫວຽດນາມ ກັບສະຫະພັນແຮງງານນະຄອນ)
(vovworld) - ຕອນເຊົ້າວັນທີ 01/03, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ດີງລາທັງ ເຮັດວຽກກັບສະຫະພັນໃຫຍ່ແຮງງານ ຫວຽດນາມ ກັບສະຫະພັນແຮງງານນະຄອນ. ນະທີ່ນີ້, ທ່ານເລຂາຄະນະພັກນະຄອນ ດີງລາທັງ ເນັ້ນໜັກວ່າ: ກຳມະບານຕ້ອງສະແດງບົດບາດໃນການສ້າງໂຄງປະກອບບັນດາວິສາຫະກິດຄືນໃໝ່, ເພາະວ່າ ເລື່ອງສ້າງໂຄງປະກອບຄືນໃໝ່ມີຜົນສະທ້ອນເຖິງຜົນປະໂຫຍດຂອງຜູ້ອອກແຮງງານ. ກຳມະບານກໍ່ຕ້ອງຕິດຕາມບັນຫາການເງິນ, ປະກັນສັງຄົມໃຫ້ແກ່ຜູ້ອອກແຫງງານຢ່າງແໜ້ນແຟ້ນເພື່ອມີວິທີການແກ້ໄຂຢ່າງທັນການ, ບໍ່ໃຫ້ເຈົ້າຂອງວິສາຫະກິດໜີໄປກໍ່ຄວາມເສຍຫາຍໃຫ້ຜູ້ອອກແຮງງານ…ທ່ານ ດີງລາທັງ ເນັ້ນໜັກວ່າ:
“ກຳມະບານຕ້ອງເປັນຕົວແທນ ເມື່ອພ້ອມກັບເຈົ້າຂອງວິສາຫະກິດ ເຮັດໃຫ້ວິສາຫະກິດດີກ່ວາອີກ. ຕ້ອງກຳນົດວ່າ ກຳມະບານ, ຜູ້ອອກແຮງງານຂອງພວກເຮົາ ແມ່ນຂອງໄລຍະເຊື່ອມໂຍງ. ສຳລັບໄລຍະເຊື່ອມໂຍງ ແມ່ນຕ້ອງການບັນດາບັນຫາໃດ, ຫາກຕີລາຄາຄຸນນະພາບແຮງງານຄືແນວນີ້ ແມ່ນບໍ່ສາມາດເຊື່ອມໂຍງໄດ້”