ກຳມາທິການກົດໝາຍຂອງສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຄັ້ງທີ 30

(VOVWORLD) - ຜັນຂະຫຍາຍປະຕິບັດລັດຖະທຳມະນູນ ແລະ ມະຕິຂອງສະພາແຫ່ງຊາດກ່ຽວກັບການເພີ່ມທະວີວຽກງານຜັນຂະຫຍາຍປະຕິບັດກົດໝາຍ, ລັດຖະບັນຍັດ, ມະຕິຂອງສະພາແຫ່ງຊາດ
ກຳມາທິການກົດໝາຍຂອງສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຄັ້ງທີ 30 - ảnh 1ກຳມາທິການກົດໝາຍຂອງສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຄັ້ງທີ 30 (ພາບ: quochoi.vn)

  ຕອນເຊົ້າວັນທີ 06 ຕຸລາ, ກຳມາທິການກົດໝາຍຂອງສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 30 ຢູ່ຫໍສະພາແຫ່ງຊາດ. ທີ່ກອງປະຊຸມນີ້, ກຳມາທິການກົດໝາຍໄດ້ສືບສວນບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດມະຕິຂອງຄະນະປະຈຳສະພາແຫ່ງຊາດ ປະກາດໃຊ້ແຜນການຈັດຕັ້ງ, ຜັນຂະຫຍາຍປະຕິບັດລັດຖະທຳມະນູນ ແລະ ມະຕິຂອງສະພາແຫ່ງຊາດກ່ຽວກັບການເພີ່ມທະວີວຽກງານຜັນຂະຫຍາຍປະຕິບັດກົດໝາຍ, ລັດຖະບັນຍັດ, ມະຕິຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ປະກາດໃຊ້ເອກະສານກຳນົດລະອຽດ, ແນະນຳປະຕິບັດປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ