ກຳລັງທະຫານປະສົມໂດຍອາເມລິການຳໜ້າບຸກໂຈມຕີທາງອາກາດໃສ່ຂະບວນລົດກອງທັບຊີຣີ

(VOVWORLD) -ວັນທີ 18 ພຶດສະພາ, ກຳລັງທະຫານປະສົມຕ້ານກໍ່ການຮ້າຍໂດຍອາເມລິກາ ນຳໜ້າ ໄດ້ດຳເນີນການບຸກໂຈມຕີທາງອາກາດໃສ່ຂະບວນລົດຂອງກອງທັບຊີຣີ ຢູ່ທາງພາກໃຕ້ປະເທດນີ້, ຢູ່ເຂດ 3 ຫຼຽມໃນເຂດຊາຍແດນ ຊີຣີ - ຢອກດານ - ອີຣັກ. 
ກຳລັງທະຫານປະສົມໂດຍອາເມລິການຳໜ້າບຸກໂຈມຕີທາງອາກາດໃສ່ຂະບວນລົດກອງທັບຊີຣີ - ảnh 1 (ພາບປະກອບ: AFP)

ສຳນັກຂ່າວສານ ຊິນຮວາ ໄດ້ຄັດຂໍ້ມູນຂ່າວຈາກອົງການຕິດຕາມສິດທິມະນຸດຊີຣີ (SOHR) ໂດຍໃຫ້ຮູ້ວ່າ, ເຫດບຸກໂຈມຕີທາງອາກາດເກີດຂຶ້ນເມື່ອຂະບວນລົດຂອງກອງທັບຊີຣີ  ແລະ ສຳພັນທະມິດພວມເຄື່ອນຍ້າຍຢູ່ເຂດທະເລຊາຍຕິດກັບເຂດຊາຍແດນລະຫວ່າງ ຢອກດານ ແລະ ອີຣັກ. ສຳນັກຂ່າວສານ Reuters, ຂອງອັງກິດ ໄດ້ຄັດຄຳເວົ້າຂອງຜູ້ບັນຊາການໃນສຳພັນທະມິດເຂົ້າຮ່ວມການສູ້ຮົບສະໜັບສະໜູນອຳນາດການປົກຄອງປະທານາທິບໍດີຊີຣີ Bashar al Assad ໃຫ້ຮູ້ວ່າ, ນີ້ແມ່ນການ “ການບຸກຕີກ່າວເຕືອນ” ເພື່ອແນໃສ່ສະກັດກັ້ນກອງທັບຊີຣີ ປຸກເຂົ້າຖານທີ່ໝັ້ນ Tanf ຢູ່ທາງພາກໃຕ້ຊີຣີ.

        ໃນຂະນະນັ້ນ, ຖະແຫຼງການຂອງກຳລັງທະຫານປະສົມຕ້ານກໍ່ການຮ້າຍໂດຍອາເມລິກາ ນຳໜ້າ ໃຫ້ຮູ້ວ່າ ການບຸກໂຈມຕີເກີດຂຶ້ນ “ຢູ່ເຂດເລິກ” ຂອງເຂດປອດໄພ ທາງທິດຕາເວັນຕົກສ່ຽງໃຕ້ ຖານທີ່ໝັ້ນ Tanf, ເຊິ່ງແມ່ນແຫ່ງທີ່ບັນດາກຳລັງພິເສດຂອງອັງກິດ ແລະ ອາເມລິກາ ພວມຝຶກອົບຮົມກຳລັງຕ້ານກໍ່ການຮ້າຍທ້ອງຖິ່ນ. SOHR ແຈ້ງວ່າ, ການບຸກໂຈມຕີໄດ້ເຮັດໃຫ້ 8 ຄົນເສຍຊີວິດ, “ສ່ວນຫຼາຍບໍ່ແມ່ນຊາວຊີຣີ” ແລະ ທຳລາຍລົດ 4 ຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ