ກ​ຳ​ລັງ​ນັກ​ຊ່ຽວ​ຊານ ຫວຽດ​ນາ​ມ​ ຊ່ວຍ​ການ​ປະ​ຕິ​ວັດ ກຳ​ປູ​ເຈຍ ໄລ​ຍະແຕ່​ປີ 1979 – 1989 ໄດ້​ຮັບຫຼຽນ​ໄຊ​ ຊາວ​ວ່າງ (ດາວ​ຄຳ)

(VOVWORLD) - ຕອນເຊົ້າວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ຫ້ອງວ່າການສູນກາງພັກຄອມມູນິດ ຫວຽດນາມ ໄດ້ເປັນປະທານ, ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງພິທີຕ້ອນຮັບຫຼຽນໄຊ ຊາວວາງ ໃຫ້ແກ່ກຳລັງນັກຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດກຳປູເຈຍ ໄລຍະແຕ່ປີ 1979 – 1989. ໂດຍມີການເຂົ້າຮ່ວມຂອງ ທ່ານ ເຈິ່ນກ໊ວກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາພັກ.
ກ​ຳ​ລັງ​ນັກ​ຊ່ຽວ​ຊານ ຫວຽດ​ນາ​ມ​ ຊ່ວຍ​ການ​ປະ​ຕິ​ວັດ ກຳ​ປູ​ເຈຍ ໄລ​ຍະແຕ່​ປີ 1979 – 1989 ໄດ້​ຮັບຫຼຽນ​ໄຊ​ ຊາວ​ວ່າງ (ດາວ​ຄຳ) - ảnh 1 ທ່ານ ເຈິ່ນກ໊ວກເວື້ອງ ມອບຫຼຽນໄຊ ຊາວວ່າງ (ດາວຄຳ) ໃຫ້ແກ່ ກຳລັງນັກຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດກຳປູເຈຍ ໄລຍະແຕ່ປີ 1979 – 1989 (ພາບ: TTXVN)

      ໂດຍຕາງໜ້າການນຳພັກ, ລັດ, ທ່ານ ເຈິ່ນກ໊ວກເວື້ອງ ໄດ້ມອບຫຼຽນໄຊ ຊາວວ່າງ (ດາວຄຳ) ໃຫ້ແກ່ ກຳລັງນັກຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດກຳປູເຈຍ ໄລຍະແຕ່ປີ 1979 – 1989.

        ກ່າວຄຳເຫັນທີ່ພິທີ, ທ່ານ ເຈິ່ນກວກເວື້ອງ ໄດ້ເນັ້ນໜັກວ່າ: ກ່ອນນີ້ 40 ປີ, ຕໍ່ບັນດາໂທດກຳໂຫດຮ້າຍທີ່ສຸດຂອງພວກ ຂະແມແດງຕໍ່ປະຊາຊົນ ຫວຽດນາມ ແລະ ປະຊາຊົນ ກຳປູເຈຍ, ໂດຍປະຕາມຕາມຄຳຮຽກຮ້ອງທີ່ຈຳເປັນແລະຮີບດ່ວນແນວໂຮມສາມັກຄີຊົນຊາດກູ້ຊາດ ກຳປູເຈຍ, ສະເໜີໃຫ້ ຫວຽດນາມ ຊ່ວຍປົດປ່ອຍປະເທດ ກຳປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ, ທະຫານອາສາສະໝັກ ຫວຽດນາມພ້ອມກັບ ທະຫານ ແລະ ປະຊາຊົນກຳປູເຈຍໄດ້ໂຄ່ນລົ້ມລະບອບຂະແມແດງ, ປິດໜ້າປະຫວັດສາດທີ່ມືດມົວຂອງປະເທດກຳປູເຈຍ, ເປີດສັງກາດໃໝ່,  ຟື້ນຟູ, ພັດທະນາຢ່າງຮອບດ້ານຂອງປະເທດຊາດ ກຳປູເຈຍ.

“ຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາພະນັກງານ, ນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ບັນທຶກໄວ້ໃນປະຫວັດສາດຂອງສອງປະເທດ ຫວຽດນາມ - ກຳປູເຈຍຈາລຶກຢ່າງຕະຫຼອດໄປ, ໄດ້ຮັບການຮັບຮູ້ຈາກມວນມະນຸດກ້າວໜ້າຮັບຮອງ, ບໍ່ມີຫຍັງມາບິດເບື້ອງໄດ້ຄວາມຈິງຂອງປະຫວັດສາດນັ້ນໄດ້. ແລະ ຄວາມຈິງ ໄດ້ພິສູດວ່າ: ວັນທີ 16 ພະຈິກ 2018, ພາຍຫຼັງການພິພາກສາມາເປັນເວລາຫຼາຍປີ, ສານພິເສດ ຂຶ້ນກັບສານຂອງກຳປູເຈຍ ພາຍໃຕ້ການອຸປະຖຳ ຂອງ  ສປຊ ໄດ້ອອກຄຳຕັດສິນຂອງສານຢ່າງເປັນທາງການ, ລົງໂທດຈຳຄຸກຕະຫຼອດຊີວິດ ຜູ້ເປັນຫົວໂປ່ຂອງລະບອບ ຂະແມແດງດ້ວຍໂທດກຳຕ້ານມະນຸດ”

ຕອບກັບ

ຂ່າວ/ບົດ​ອື່ນ