ກຳລັງປ້ອງກັນຄວາມສະຫງົບອີຣັກປົດປ່ອຍໃຫ້ປະ​ຊາ​ຊົນ​ນັບພັນໆຄົນຖືກກັກຂັງຢູ່ຄຸກໃຕ້ດິນຂອງIS

ກຳລັງປ້ອງກັນຄວາມສະຫງົບອີຣັກປົດປ່ອຍໃຫ້ປະ​ຊາ​ຊົນ​ນັບພັນໆຄົນຖືກກັກຂັງຢູ່ຄຸກໃຕ້ດິນຂອງIS - ảnh 1
ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ​ໃນ​ບັ້ນ​ຮົບ​ປົດ​ປ່ອຍ
ພາບ:tintuc.vn

(vovworld)-​ ວັນ​ທີ 2/4, ວົງ​ການ​ເຈົ້າ​ຫນ້າ​ທີ່ ອີ​ຣັກ ໃຫ້​ຮູ​້​ວ່າ: ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ ພົບ​ເຫັນ​ມີ​ຄຸກ​ແຫ່ງ​ຫນຶ່ງ​ຂະ​ຫນາດ​ໃຫຍ່​ໃຕ້​ດິນ ໄດ້​ກັກ​ຂັງ 1.500 ຄົນ ໃນ​ບັ້ນ​ຮົບ​ປົດ​ປ່ອຍ ເທດ​ສະ​ບານ Heet ຢູ່ ແຂວງ Anbar ຈາກ​ກຳ​ມື​ຂອງ​ພວກ​ກະ​ບົດ IS. ກ່ອນ​ຫນ້ານັ້ນ ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ ໄດ້​ຢືດ​ຄອງ​ສິດຄວບ​ຄຸມບັນ​ດາ​ເຂດ​ຢູ່​ເທດ​ສະ​ບານ​ Heet ຊື່ງ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເຂດ​ທີ່​ມີ​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ​ຫລາຍກວ່າ​ໝູ່​ຢູ່ ແຂວງ Anbar. ເຖິງ​ຢ່າງ​ໃດ​ກໍ​ຕາມ ມີ​ບາງ​ເຂດ​ຍັງ​ຖືກ IS ຄວບ​ຄຸມ. ຕາມ​ຕົ​ວ​ເລກ​ສະ​ຖິ​ຕິ​ຂອງ ສ​ປ​ຊ ແລ້ວ, ໄລ່​ສະ​ເພາະ​ແຕ່​ວັນ​ທີ 11/3 ມາ​ຮອດ​ປະ​ຈຸ​ບັນ, ບັ້ນ​ຮົບ​ກາ​ນ​ທະ​ຫານ​ຢູ່ Anbar ໄດ້​ເຮັດ​ໃຫ້​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ 35.000 ຄົນ​ຖືກທຳ​ລາຍ. ສ​ປ​ຊ  ແລະ ບັນ​ດາ​ອົງ​ການ​ຄູ່​ຮ່ວມ​ມື​ໄດ້​ຮຽກ​ຮ້ອງ​ບ້ວງ​ຊ່ວຍ​ເຫລືອ​ດ່ວນ​ລວມ​ມູນ​ຄ່າ 861 ລ້ານ USD ໃຫ້​ແກ່​ປະ​ຊາ​ຊົນ ອີ​ຣັກ ໃນ​ປີ 2016 ແຕ່​ມາ​ຮອດ​ປະ​ຈຸ​ບັນ ພຽງ​ໄດ້​ຮັບ 74 ລ້ານ USD.

 

ຕອບກັບ

ຂ່າວ/ບົດ​ອື່ນ