ກຳລັງໜູນຊ່ວຍການປ້ອງກັນຄວາມສະຫງົບສາກົນ ຫລື ISAF ຢູ່ ອາບການນີສະຖານ ໂດຍ ນາໂຕ ຊີ້ນຳ ມີແຜນການມອບໂອນຄວາມຮັບຜິດຊອບຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ກອງທັບອາບການນີສະຖານໃນປີໜ້າ.ນາຍພົນ Curtis Scaparrotti ຮອງຜູ້ບັນຊາກຳລັງ ອາເມລິກາ ຢູ່ ອາບການນີສະຖານ, ທັງແມ່ນຜູ້ບັນຊາການ ISAF ໃຫ້ຮູ້ວ່າ ກຳລັງໜູນຊ່ວຍການປ້ອງກັນຄວາມສະຫງົບສາກົນ ຈະຊຸກຍູ້ການບຳລຸງສ້າງກຳລັງທະຫານ ອາບການນີສະຖານ ແລະສຳເລັດວິວັດການມອບໂອນໃນປີໜ້າ. ຕາມແຜນການແລ້ວ, ກ່ອນທ້າຍເດືອນກັນຍາທີ່ຈະມາເຖິງ, ອາເມລິກາ ຈະຖອນທະຫານ 23.000 ຄົນອອກຈາກ ອາບການີສະຖານ.