ກຳແພງສະໄຫມລາຊະວົງໂຮ່
ພາບ:giaoduc.net.vn
|
(vovworld) - ນັບແຕ່ຕົ້ນປີມາຮອດປະຈຸບັນ, ກຳແພງສະໄຫມລາຊະວົງໂຮ່ ຢູ່ ເມືອງ Vinh Loc ແຂວງ Thanh Hoa ໄດ້ຕ້ອນຮັບນັກທ່ອງທ່ຽວມາຢ້ຽມຊົມນັບ 22.000 ເທື່ອຄົນ. ທ່ານ Do Quang Trong ຜູ້ອຳນວຍການສູນອະນຸລັກຮັກສາມໍລະດົກກຳແພງສະໄຫມລາຊະວົງໂຮ່ ໃຫ້ຮູ້ວ່າ: ພາຍຫລັງເຫດການກຳແພງສະໄຫມລາຊະວົງໂຮ່ ໄດ້ຮັບການຮອງຮັບເປັນມໍລະດົກວັດທະນະທຳຂອງໂລກໃນເດືອນ 6/2012 ຜ່ານມາ, ຈຳນວນນັກທ່ອງທ່ຽວມາຢ້ຽມຊົມກຳແພງສະໄຫມລາຊະວົງໂຮ່ເພີ່ມຂຶ້ນທົບ 3 ເທົ່າ ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ເມື່ອເວົ້າເຖິງຮູບການໂຄສະນາບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ ກຳແພງສະໄຫມລາຊະວົງໂຮ່ ທ່ານ Do Quang Trong ໃຫ້ຮູ້ວ່າ:
“ ພວກຂ້າພະເຈົ້າຈະເຮັດໃຫ້ບັນດາຄຸນຄ່າມໍລະດົກຕິດພັນກັບການທ່ອງທ່ຽວ. ສູນອະນຸລັກຮັກສາມໍລະດົກ ກຳແພງສະໄຫມລາຊະວົງໂຮ່ ແລະ ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງ Thanh Hoa ພວມຜັນຂະຫຍາຍບັນດາແຜນການຕາມແຜນຮ່າງພັດທະນາການທ່ອງທ່ຽວຂອງ ແຂວງ ໃຫ້ຕິດພັນກັບເຫດການປີທ່ອງທ່ຽວແຫ່ງຊາດ 2012. ກຳແພງສະໄຫມລາຊະວົງໂຮ່ ຍັງມີວັດຖຸພັນຫລາຍຢ່າງຍັງຝັງຢູ່ໃຕ້ດິນ ຕ້ອງມີເວລາເພື່ອຂຸດຄົ້ນ, ສະນັ້ນ ພວກຂ້າພະເຈົ້າຈະສຸມໃສ່ອະນຸລັກຮັກສາເພື່ອເສີມຂະຫຍາຍບັນດາຄຸນຄ່າຂອງເຂດປູຊະນີຍະສະຖານແຫ່ງນີ້.”