ກູ​ເວດ ສະ​ໜັບ​ສະ​ໜູນ​ການ​ເຈ​ລະ​ຈາຫຼຸດ​ຜ່ອນ​ປະ​ລິ​ມານ​ນ້ຳ​ມັນ

(VOVWORLD) - ວັນທີ 5 ເມສາ, ທ່ານ Khaled al-Fadhel ລັດຖະມົນຕີກະຊວງນ້ຳມັນ ກູເວດ ໃຫ້ຮູ້ວ່າ ປະເທດນີ້ສະໜັບສະໜູນຄຳຮຽກຮ້ອງຂອງ ອາຣັບບິ ຊາອຸດິ ເຊື່ອມຕໍ່ການເຈລະຈາຫຼຸດຜ່ອນປະລິມານນ້ຳມັນຄືນໃໝ່ ເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 9 ເມສາ ຈະມາເຖິງ, ພ້ອມທັງຫວັງວ່າ ຈະບັນລຸໄດ້ໝາກຜົນດີພໍສົມຄວນເພື່ອແນໃສ່ຮັກສາຕະຫຼາດນ້ຳມັນໃຫ້ເປັນປົກກະຕິ..
ກູ​ເວດ ສະ​ໜັບ​ສະ​ໜູນ​ການ​ເຈ​ລະ​ຈາຫຼຸດ​ຜ່ອນ​ປະ​ລິ​ມານ​ນ້ຳ​ມັນ - ảnh 1 ທ່ານ Khaled al-Fadhel ລັດຖະມົນຕີກະຊວງນ້ຳມັນ ກູເວດ (ພາບ: AFP/TTXVN) 

ກ່ອນໜ້ານັ້ນ, ອາຣັບບິ ຊາອຸດິ ໄດ້ຮຽກຮ້ອງຈັດຕັ້ງກອງປະຊຸມດ່ວນລະຫວ່າງ OPEC ແລະ ບັນດາຄູ່ຮ່ວມມືເພື່ອແນໃສ່ຊອກຫາວິທີການຮັກສາຕະຫຼາດນ້ຳມັນທີ່ເປັນປົກກະຕິ. ໃນຂະນະນັ້ນ, ບັນດາແຫຼ່ງຂ່າວຈາກ OPEC ໃຫ້ຮູ້ວ່າ ອົງການນ້ຳມັນນີ້ ແລະ ລັດເຊຍ ຈະເລື່ອນວັນເວລາຈັດຕັ້ງກອງປະຊຸມທາງອອນລາຍ ເພື່ອໃຫ້ບັນດາປະເທດມີເວລາ ປຶກສາຫາລືຕື່ມອີກເພື່ອຊອກຫາຄວາມເຫັນດີເຫັນພ້ອມ, ພາຍຫຼັງທີ່ຄວາມບໍ່ລົງລອຍກັນລະຫວ່າງ ອາຣັບບິ ຊາອຸດິ ແລະ ລັດເຊຍ ເພີ່ມຂຶ້ນ ກ່ຽວກັບສາຍເຫດທີ່ເຮັດໃຫ້ຄ່ານ້ຳມັນຫຼຸດລົງຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ