ຂີດໝາຍສຳຄັນໃນການຮ່ວມມືຫວຽດນາມ-ໂປໂລຍ

(VOVWORLD) -ພິທີຕ້ອນຮັບປະທານາທິບໍດີ ສ. ໂປໂລຍ Andrzej Duda ຢ້ຽມຢາມທາງລັດຖະກິດຫວຽດນາມ ໄດ້ຈັດຕັ້ງຢ່າງສົມກຽດໃນຕອນເຊົ້າວັນທີ 28 ພະຈິກ ຢູ່ ຮ່າໂນ້ຍ. ທີ່ການເຈລະຈາພາຍຫລັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ ແລະ ທ່ານປະທານາທິບໍດີ Andrzej Duda  ເຫັນດີຕໍ່ຫລາຍມາດຕະການລະອຽດ, ເພື່ອແນໃສ່ຍູ້ແຮງການພົວພັນສອງຝ່າຍໃນຫລາຍຂົງເຂດໃນໄລຍະຈະມາເຖິງ.

ຂີດໝາຍສຳຄັນໃນການຮ່ວມມືຫວຽດນາມ-ໂປໂລຍ - ảnh 1 ພິທີຕ້ອນຮັບທ່ານປະທານາທິບໍດີ ໂປໂລຍ  Andrzej Duda

ພາບ: vov

ກ່ຽວກັບດ້ານການເມືອງການຕ່າງປະເທດ, ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ພິເສດ ແມ່ນຂັ້ນສູງ, ປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ກ່ຽວກັບການຮ່ວມມືອື່ນ, ການນຳສອງທ່ານຊົມເຊີຍບັນດາໝາກຜົນຕັ້ງຫນ້າໃນການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ເຫັນດີ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳຄັນອື່ນໃນໄລຍະຈະມາເຖິງ.

ຫວຽດນາມ ຊົມເຊີຍ ໂປໂລຍ ເປີດຫ້ອງການຜູ້ຕາງຫນ້າບໍລິສັດໃຫຍ່ການລົງທຶນ ແລະ ການຄ້າໂປໂລຍ ຢ່າງເປັນທາງການ ໃນໂອກາດນີ້. ຫວຽດນາມ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງສອງຝ່າຍໃນການເຈລະຈາ ແລະ ລົງນາມໃນສັນຍາການເງິນ ລວມມູນຄ່າ 250 ລ້ານເອີໂຣ, ສ້າງພື້ນຖານຜັນຂະຫຍາຍບັນດາໂຄງການສິນເຊື່ອ ODA ຂອງລັດຖະບານ ໂປໂລຍ ສະຫງວນໃຫ້ແກ່ຫວຽດນາມໃນໄລຍະຈະມາເຖິງ.

 ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ການນຳສອງທ່ານໄດ້ເນັ້ນຫນັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ຊຸກຍູ້ການຮ່ວມມື ແລະ ການພັດທະນາໃນໂລກ. ພາຍຫລັງການເຈລະຈາ, ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ປະທານາທິບໍດີ ໂປໂລຍ ເປັນສັກຂິພິຍານພິທີລົງນາມໃນເອກະສານຮ່ວມມືຫລາຍສະບັບ, ໃນນັ້ນ ມີບົດບັນທຶກການຮ່ວມມືເສດຖະກິດ ລະຫວ່າງກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລະ ກະຊວງພັດທະນາເສດຖະກິດ ແລະ ການເງິນ ໂປໂລຍ.

ກ່າວຄຳເຫັນທີ່ການພົບປະກັບນັກຂ່າວຫລັງການເຈລະຈາ, ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ:

“ການເຈລະຈາໄດ້ປະສົບຜົນສຳເລັດ, ພວກຂ້າພະເຈົ້າໄດ້ແລກປ່ຽນ ແລະ ເຫັນດີຫລາຍມາດຕະການລະອຽດເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍໃນຫລາຍຂົງເຂດໃນໄລຍະຈະມາເຖິງ. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ໂປໂລຍ ຈະນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ຕອບສະຫນອງຄວາມມຸ່ງມາດປາດຖະຫນາຂອງປະຊາຊົນສອງປະເທດ.”

 ສ່ວນທ່ານປະທານາທິບໍດີ ໂປໂລຍ Andrzej Duda ໄດ້ເນັ້ນຫນັກວ່າ:

        “ການພົວພັນລະຫວ່າງຫວຽດນາມ ແລະ ໂປໂລຍ ແມ່ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືມາແຕ່ດົນນານແລ້ວ ແລະ ໃນໄລຍະຜ່ານມາ ມີສັນຍານອັນດີງາມຂຶ້ນ. ບັນດາສັນຍາທີ່ໄດ້ລົງນາມໃນໂອກາດນີ້ແມ່ນພື້ນຖານເພື່ອຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ ໃນທຸກຂົງເຂດ, ພິເສດໃນຂົງເຂດວິທະຍາສາດ ເຕັກໂນໂລຊີ, ການສຶກສາ, ສິ່ງແວດລ້ອມ.. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ເລື່ອງລົງນາມໃນບັນດາສັນຍານີ້ຈະຊ່ວຍວິສາຫະກິດສອງປະເທດ ເປີດກວ້າງການເຄື່ອນໄຫວຢູ່ຕະຫລາດຫວຽດນາມ ແລະ ໂປໂລຍ.

ຕອນບ່າຍວັນທີ 28 ພະຈິກ, ທ່ານປະທານາທິບໍດີ ໂປໂລຍ Andrzej Duda ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ວົງເງິນການຄ້າສອງຝ່າຍ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນສອງປະເທດ ແລະ ປາດຖະຫນາຢາກສອງຝ່າຍຊຸກຍູ້ການແລກປ່ຽນດ້ານການຄ້າ ແລະ ຢັ້ງຢືນ ຫວຽດນາມສ້າງເງື່ອນໄຂສະດວກໃຫ້ສິນຄ້າ ໂປໂລຍເຂົ້າຕະຫລາດຫວຽດນາມ. ທ່ານປະທານາທິບໍດີ ໂປໂລຍ ປາດຖະຫນາຢາກສອງປະເທດເພີ່ມທະວີການຮ່ວມມືໃນບັນດາຂົງເຂດເສດຖະກິດ, ວິທະຍາສາດເຕັກນິກ, ການສຶກສາບຳລຸງສ້າງ. 

ຕອບກັບ

ຂ່າວ/ບົດ​ອື່ນ