ຂໍ້​ຕົກ​ລົງ​ການ​ຄ້າພາຍຫຼັງ Brexit ບໍ່​ຄວນກ​ໍ່​ຄວາມ​ເສຍ​ຫາຍ​ຕໍ່​ຕະຫຼາດ​ລວມ​ເອີ​ຣົບ

(VOVWORLD) - ວັນທີ 25 ພະຈິກ, ທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen ກ່າວເຕືອນວ່າ ບໍ່ວ່າຂໍ້ຕົກລົງການຄ້າສະບັບໃດໆກັບ ອັງກິດ ພາຍຫຼັງ Brexit ກໍບໍ່ຄວນກໍ່ຄວາມເສຍຫາຍຕໍ່ຕະຫຼາດລວມເອີຣົບ.
ຂໍ້​ຕົກ​ລົງ​ການ​ຄ້າພາຍຫຼັງ Brexit ບໍ່​ຄວນກ​ໍ່​ຄວາມ​ເສຍ​ຫາຍ​ຕໍ່​ຕະຫຼາດ​ລວມ​ເອີ​ຣົບ - ảnh 1 ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ (ພາບ: THX/TTXVN)

ກ່າວຄຳເຫັນຢູ່ລັດຖະສະພາເອີຣົບ, ທ່ານນາງ Ursula von der Leyen ໃຫ້ຮູ້ວ່າ ອີຢູ ຈະມານະພະຍາຍາມຈົນສຸດຄວາມສາມາດ ເພື່ອບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ອັງກິດ, ແຕ່ກໍກ່າວເຕືອນວ່າ ລອນດອນ ຕ້ອງເຫັນດີເປັນເອກະພາບຕໍ່ບັນດາຂໍ້ກຳນົດດ້ານການຄ້າທີ່ມີຄວາມຍຸຕິທຳ. ຕາມທ່ານນາງແລ້ວ, ປັດຈຸບັນ ເວລາແມ່ນຍັງໜ້ອຍທີ່ສຸດເພື່ອໃຫ້ສອງຝ່າຍສາມາດປຶກສາຫາລື ແລະ ໃຫ້ສັດຕະຍາບັນບໍ່ວ່າຂໍ້ຕົກລົງການຄ້າສະບັບໃດໆ ກ່ອນທີ່ ອັງກິດ ຈະຖອນຕົວ ອອກຈາກຕະຫຼາດລວມ ອີຢູ ໃນວັນທີ 1 ມັງກອນ ປີ 2021. ຖ້າຫາກວ່າ ສອງຝ່າຍບໍ່ບັນລຸໄດ້ຂໍ້ຕົກລົງ ແລະ ບໍ່ໃຫ້ສັດຕະຍາບັນກ່ອນວັນທີ 31 ທັນວາ ຈະມາເຖິງ, ການເຄື່ອນໄຫວດ້ານການຄ້າ ລະຫວ່າງ ອີຢູ ແລະ ອັງກິດ ຈະປະສົບກັບຮົ້ວກີດຂວາງດ້ານພາສີ ແລະ ການເຄື່ອນໄຫວດຳເນີນທຸລະກິດຢູ່ທັງສອງຝ່າຍ, ໂດຍສະເພາະແມ່ນຝ່າຍ ອັງກິດ ຈະເສຍຫາຍຫຼາຍຢ່າງຄື ຕາມການສັງເກດຂອງບັນດານັກຊ່ຽວຊານເສດຖະກິດ.


ຕອບກັບ

ຂ່າວ/ບົດ​ອື່ນ