ຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍຂອງອີຣານ ໄດ້ຮັບການສ້າງຕັ້ງ
ຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍຂອງອີຣານ ໄດ້ຮັບການສ້າງຕັ້ງ
(ພາບ: Presstv)
(vovworld) – ຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍຂອງອີຣານ ໄດ້ຮັບການສ້າງຕັ້ງ, ເຖິງວ່າຍອມຮັບກ່ຽວກັບຂໍ້ຕົກລົງດັ່ງກ່າວ, ແຕ່ຍັງປະສົບກັບຄວາມຫຍຸ້ງຍາກແມ່ນຕ້ອງຜ່ານຜ່າບັນດາການເຈລະຈາຈະມາເຖິງ, ແຕ່ວັນທີ 23/02, ທັງອາເມລິກາ ແລະ ອີຣານລ້ວນແຕ່ຢັ້ງຢືນຂໍ້ຕົງລົງປະຫວັດສາດກ່ຽວກັບໂຄງການນິວເຄຼຍທີ່ກໍ່ຄວາມໂຕ້ຖຽງກັນຂອງເຕເຣຣານ ໄດ້ຮັບການສ້າງຕັ້ງ. ກ່າວຄຳເຫັນໃນວັນດຽວກັນຂອງບັນດາເຈົ້າໜ້າທີ່ການທູດອາເມລິກາ ໄປພ້ອມກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ໃນການເຈລະຈາກັບອີຣານ ຢູ່ເຊີແນວ, ປະເທດສະວິດ ໃນທ້າຍອາທິດຜ່ານມາ ຊີ້ໃຫ້ເຫັນວ່າ ຄວາມເຫັນດີໃນເບື້ອງຕົ້ນທີ່ບັນລຸໄດ້ໃນ 3 ວັນເຈລະຈາແມ່ນ ເຕເຣຣານ ຈະຢຸດຕິບັນດາການເຄື່ອນໄຫວດ້ານນິວເຄຼຍ ເປັນເວລາ 10 ປີ ແລະ ບັນດາປະເທດໃນກຸ່ມ P5+1 (ເຊິ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສປຊ ແມ່ນ: ອາເມລິກາ, ອັງກິດ, ຝຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ຫຼັງຈາກນັ້ນຈະຄອຍໂຍະຍານບັນດາຂໍ້ກຳຈັດເພື່ອໃຫ້ອີຣານ ອາດຈະກັບຄືນສູ່ໂຄງການນິວເຄຼຍຂອງຕົນ. ຄາດວ່າ, ຈະຈັດຮອບເຈລະຈາຂັ້ນລັດຖະມົນຕີຊ່ວຍວ່າການຕໍ່ໄປໃນວັນທີ 02/03 ຢູ່ເຊີແນວ.