ຂໍ້ຕົກລົງນິວເຄຼຍອີຣານສືບຕໍ່ໄດ້ຮັບບັນດາການສະໜັບສະໜູນສຳຄັນ

ຂໍ້ຕົກລົງນິວເຄຼຍອີຣານສືບຕໍ່ໄດ້ຮັບບັນດາການສະໜັບສະໜູນສຳຄັນ - ảnh 1
ເສນາ​ທິການ​ໃຫຍ່​ບັນດາ​ກຳລັງ​ປະກອບ​ອາວຸດ​ອີຣານ,
ພົນ​ຈັດຕະວາ Hassan Firouzabadi
(ພາບ: Presstv)


​​(vovworld) - ວັນ​ທິ 08/08, ທ່ານ​​ເສນາ​ທິການ​ໃຫຍ່​ບັນດາ​ກຳລັງ​ປະກອບ​ອາວຸດ​ອີຣານ, ພົນ​ຈັດຕະວາ Hassan Firouzabadi, ​ໄດ້​ອອກສຽງ​ສະໜັບສະໜູນ​ຂໍ້​ຕົກລົງ​ປະຫວັດ​ສາດ​ລະຫວ່າງ​ເຕ​ເຣຣານ ກັບ​ບັນດາ​ປະ​ເທດ​ມະ​ຫາ​ອຳນາດ​ໃນ​​ໂລກ. ທ່ານ Firouzabadi ​ແມ່ນ​ພັນທະ​ມິດ​ທີ່​ໃກ້ຊິດຂອງຜູ້ນຳ​ສູງ​ສຸດ​ອີຣານ Ali Khamenei ​ແລະ ການ​ສະ​ໜັບສະ​ໜູນ​ຂອງ​ທ່ານ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ, ສາມາດ​ເຮັດ​​ໃຫ້​ຫຼາຍຄົນປະຕິບັດ​ຕາມ​ແນວ​ທາງຮັກສາ​ເດີມສະ​ໜັບສະ​ໜູນ​ຂໍ້​ຕົກລົງ​ນີ້. ທ່ານ Firouzabadi ​ໄດ້​ຍົກ​ອອກ 16 ຂໍ້ທີ່​ຕັ້ງໜ້າ​ຂອງ​ຂໍ້​ຕົກລົງ​ລະຫວ່າງ​ເຕ​ເຣຣານ ກັບ​ກຸ່ມ P5+1 (ລວມມີ ອາ​ເມລິ​ກາ, ອັງກິດ, ຝລັ່ງ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ) ທີ່​ຫາ​ກໍ​ບັນລຸ​ໄດ້​ເມື່ອ​ວັນ​ທີ 14/07 ຜ່ານ​ມາ. ​ໃນຂະນະ​ທີ່ຍອມ​ຮັບບັນດາ​ຄວາມ​ວິຕົກ​ກັງ​ວົນ​ຈາກ​ຝ່າຍ​ກອງ​ທັບ​ອີຣານ, ທ່ານ Firouzabadi, ​ເນັ້ນ​ໜັກ​ວ່າ, ສະຫະ​ປະຊາ​ຊາດ ​ໄດ້​ສະໜັບສະໜູນ​ຂໍ້​ຕົກລົງ​ນີ້ ​ແລະ ​ເອກະສານ​ນີ້​ກໍ​ມີ​ບາງ​ຂໍ້​ສະດວກ​ເຊິ່ງບັນດາຜູ້​ຕຳ​ນິຕິ​ຕຽນ​ບໍ່​ສົນ​ໃຈ.

ຂ່າວ/ບົດ​ອື່ນ