ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາຖືກທຳລາຍ
(ພາບ: AFP-TTXVN )
(vovworld)- ພາຍຫຼັງ 2 ຊົ່ວໂມງທີ່ຂໍ້ຕົກລົງຢຸດຍິງລະຫວ່າງອິດສະຣາແອນ ແລະ ຮາມາດ ໂດຍອາເມລິກາ ແລະ ສປຊ ເປັນຄົນກາງມີຜົນບັງຄັບໃຊ້ (ນັບແຕ່ເວລາ 12 ໂມງ ຂອງວັນທີ 1/8 ຕາມເວລາຫວຽດນາມ), ລູກປຶນຄົກຍິງຈາກເຂດກາຊາ ໄດ້ຕົກຢູ່ມໍ່ກັບນະຄອນຊາຍແດນຂອງອິດສະຣາແອນ. ມີປະຊາຊົນຢູ່ເຂດກາຊາຢ່າງໜ້ອຍສຸດ 40 ຄົນເສຍຊີວິດ ແລະ ປະມານ 100 ຄົນຖືກບາດເຈັບ ຍ້ອນລູກປືນໃຫ່ຍຂອງທະຫານອິດສະຣາແອນ. ປະຈຸບັນ, ບໍ່ທັນຮູ້ຝ່າຍໃດລະເມິດຂໍ້ຕົກລົງກ່ຽວກັບການຢຸດຍິງກ່ອນ.
ຕໍ່ໜ້າສະພາບການດັ່ງກ່າວ, ສປຊ ສືບຕໍ່ຊຸກຍູ້ຝ່າຍຕ່າງໆຂອງປາແລດສະຕິນ ຢັ້ງຢືນຄຳໝັ້ນສັນຍາປະຕິບັດຄຳສັ່ງຢຸດຍິງທີ່ແກ່ຍາວ 72 ຊົ່ວໂມງຢູ່ເຂດກາຊາຄືນໃໝ່. ແລະ ກໍ່ໃນວັນທີ 1/8, ທ່ານເລຂາທິການໃຫ່ຍ ສປຊ ບານກີມູນ ກໍ່ໄດ້ອອກຄຳຖະແຫຼງກ່າວປະນາມການກະທຳທຳລາຍຄຳສັ່ງຢຸດຍິງນີ້ຢ່າງແຮງ. ໃນວັນດຽວກັນ, ປະທານນາທິບໍດີອາເມລິກາ Barack Obama ໄດ້ກ່າວປະນາມການບຸກໂຈມຕີຂອງບັນດາມືປືນຮາມາດ ເຮັດໃຫ້ທະຫານອິດສະຣາແອນ 2 ຄົນເສຍຊີວິດ ແລະ ທະຫານ 1 ຄົນຖືກຫາຍສາບສູນ./.