ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງທີ່ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS) ຄັ້ງທີ 9 ຢູ່ມຽນມາ
|
(vovworld)- ວັນທີ 13/11, ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS) ຄັ້ງທີ 9 ຢູ່ມຽນມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ເນັ້ນໜັກວ່າ ວິວັດທະນາການຂັ້ນສູງ ອາຊີຕາເວັນອອກໄດ້ກາຍເປັນສ່ວນໜຶ່ງທີ່ສຳຄັນ ແລະ ຂາດບໍ່ໄດ້ຂອງໂຄງປະກອບພາກພື້ນຊຶ່ງພວມໄດ້ສ້າງເປັນຮູບປະທຳ, ໃນນັ້ນ, ອາຊຽນຮັກສາບົດບາດເປັນເຈົ້າພາທາງ. ໃນສະຖານະການພາກພື້ນທີ່ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍບໍ່ແມ່ນໜ້ອຍກ່ຽວກັບການປ້ອງກັນຄວາມສະຫງົບມີເຄີຍມີມາ ແລະ ບໍ່ເຄີຍມີມາກ່ອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ຖືວ່າ ອາຊີຕາເວັນອອກຄວນມີວິໄສທັດໄລຍະຍາວເພື່ອສ້າງ ໂຄງປະກອບພາກພື້ນເພື່ອສັນຕິພາບ, ສະຖຽນນລະພາບ ແລະ ພັດທະນາ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ກ່າວວ່າ :
“ ຂັ້ນສູງ ອາຊີຕາເວັນອອກ, ໃນຖານະແມ່ນເວທີສົນທະນາຂອງບັນດາການນຳ, ຄວນເພີ່ມທະວີການທາບທາມ, ສົນທະນາ ແລະ ຮ່ວມມືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມສະຫງົບ ແລະ ການພັດທະນາໃນພາກພື້ນ, ພິເສດກ່ຽວກັບການກໍ່ສ້າງ ແລະ ປັບປຸງຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈ ແລະ ເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນໃນພາກພື້ນ. ພວກເຮົາຄວນສືບຕໍ່ມານະພະຍາຍາມເພື່ອກໍ່ສ້າງ ແລະ ແບ່ງປັນບັນດາຂໍ້ກຳນົດ ແລະ ມາດຖານການປະພຶດລວມໃນພາກພື້ນ ບົນພື້ນຖານປະຕິບັດຕາມກົດໝາຍສາກົນ ແລະ ບັນດາສັນຍາທີ່ບັນລຸໄດ້. ”
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ຢືນຢັນອີກເທື່ອໜຶ່ງວ່າ ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພ, ສິດເສລີໃນການເດີນເຮືອ, ການບິນແມ່ນຜົນປະໂຫຍດ ແລະ ຄວາມສັນໃຈຮ່ວມ. ບັນດາປະເທດຄວນຍູ້ແຮງຄວາມມານະພະຍາຍາມເພື່ອຮັບປະກັນການປະຕິບັດກົດໝາຍສາກົນ, ແກ້ໄຂການຂັດແຍ້ງດ້ວຍມາດຕະການໂດຍສັນຕິວິທີ, ບໍ່ນຳໃຊ້ກຳລັງອາວຸດຫຼືນາບຂູ່ນຳໃຊ້ກຳລັງອາວຸດ, ປະຕິບັດຕາມ DOC ແລະ ຊຸກຍູ້ການເຈລະຈາເພື່ອບັນລຸ COC ໂດຍໄວ.