ຂໍ້ສະເໜີແນະຂອງ ອີຢູ ກົງກັບແນວຄວາມຄິດຂອງ ຫວຽດນາມ ກ່ຽວກັບການສ້າງອາຊີບຫາປາພັດທະນາແບບຍືນຍົງ

(VOVWORLD) - ພາຍຫລັງຄະນະກຳມະການ ເອີຣົບ (EC) ຍົກອອກ ບັດເຫຼືອງ ສຳລັບ ຫວຽດນາມ ເປັນເວລາ 1 ປີ ກ່ຽວກັບບັນດາການເຄື່ອນໄຫວຫາປາຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ໄດ້ຮັບການຄຸ້ມຄອງ (IUU), ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງ  ເພື່ອສ້າງ ແລະ ພັດທະນາອາຊີບຫາປາແບບຍືນຍົງ.

ວັນທີ 31 ຕຸລາ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14, ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: 9 ຂໍ້ສະເໜີແນະຂອງສະຫະພາບ ເອີຣົບ ແມ່ນທິດກ້າວເດີນຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ພ້ອມກັບເລື່ອງນຳບັນດາຂໍ້ສະເໜີແນະຂອງ EC ເຂົ້າໃນກົດໝາຍວ່າດ້ວຍສິນໃນນ້ຳສະບັບປັບປຸງ, ກະຊວງພວມສຸມໃສ່ໂຄສະນາໃຫ້ຊາວປະມົງ ເປັນເຈົ້າການໃນການແຈ້ງເຂດຫາປາ ແລະ ຜະລິດຕະພັນໃນການຫາສິນທະເລ. ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຢືນຢັນວ່າ: ຫວຽດນາມ ປາດຖະໜາໃນໄລຍະໄວທີ່ສຸດ, EC ຈະຖອນບັດເຫຼືອງຄືນ ສຳລັບການເຄື່ອນໄຫວຫາປາຂອງ ຫວຽດນາມ.

        ລັດຖະບານ, ນາຍົກລັດຖະມົນຕີໄດ້ປະກາດໃຊ້ໂຄງການດຳເນີນງານ ເພື່ອແກ້ໄຂບັດເຫຼືອງນີ້. ຕາມນັ້ນແລ້ວ, 28 ແຂວງແຄມທະເລທັງໝົດ, ບັນດາກະຊວງ, ຄະນະຂະແໜງການ, ບັນດາວິສາຫະກິດ, ຊາວປະມົງ ລ້ວນແຕ່ມີຄວາມຮັບຜິດຊອບເຂົ້າຮ່ວມ. ຊາວປະມົງ, ບັນດາກັບຕັນເຮືອ, ກະລາສີ, ພາຍຫລັງໄປຫາປາກັບມາ ຕ້ອງແຈ້ງ, ລາຍງານຕໍ່ຫົວໜ່ວຍທີ່ມີຄວາມຮັບຜິດຊອບຄຸ້ມຄອງ,  ຫົວໜ່ວຍສິນໃນນ້ຳຂັ້ນແຂວງ. ປະຕິບັດຕາມບັນດາຂໍ້ກຳນົດຂອງ ອີຢູ, ພວກເຮົາກໍ່ຍົກລະດັບພື້ນຖານດ້ານວັດຖຸຂອງບັນດາທ່າເຮືອ.

        ປັດຈຸບັນ, ຄະນະປະຕິບັດງານຂອງ ອີຢູ ລວມມີສະມາຊິກລັດຖະສະພາ 7 ຄົນ, ພວມມີການກວດກາການເຄື່ອນໄຫວອາຊີບຫາປາຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ