ນັກອາສາສະໝັກກ່ວາ 1.000 ຄົນເຂົ້າຮ່ວມການເຄື່ອນໄຫວຕອບສະໜອງບັ້ນຂົນຂວາຍມອດໄຟໜຶ່ງຊົ່ວໂມງເພື່ອໜ່ວຍໂລກ 2017
|
(vovworld) – ວັນທີ 19/3, ດ້ວຍຈຸດໝາຍໂຄສະນາຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ຍົກສູງຄວາມຮັບຮູ້ຂອງວົງຄະນະຍາດດ້ວຍການນຳໃຊ້ໄຟຟ້າປະຢັດ ແລະ ປົກປັກຮັກສາສິ່ງແວດລ້ອມ, ກະຊວງອຸດສາຫະກຳ ການຄ້າໄດ້ຈັດຕັ້ງພິທີດຳເນີນຂະບວນການຂຽວ - ໄປຍ່າງ ແລະ ຖີບລົດຕອບສະໜອງບັ້ນຂົນຂວາຍມອດໄຟໜຶ່ງຊົ່ວໂມງເພື່ອໜ່ວຍໂລກ 2017, ດ້ວຍການເຂົ້າຮ່ວມຂອງນັກອາສາສະໝັກກ່ວາ 1.000 ຄົນໃນບໍລິເວນນະຄອນຫຼວງ ຮ່າໂນ້ຍ. ພິທີດຳເນີນຂະບວນການຂຽວ - ໄປຍ່າງ ແລະ ຖີບລົດຖືກປຸກລະດົມຢູ່ສະໜາມຫຼວງການປະຕິວັດເດືອນສິງຫາ, ຈ່າງຕ່ຽນ, ຮ່ວານກ໋ຽມ, ຮ່າໂນ້ຍ. ໄປພ້ອມກັບພິທີດຳເນີນຂະບວນການ, ຍັງມີການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະໜອງບັ້ນຂົນຂວາຍມອດໄຟໜຶ່ງຊົ່ວໂມງເພື່ອໜ່ວຍໂລກ 2017 ທີ່ໄດ້ຮັບການຈັດຕັ້ງໃນທົ່ວປະເທດ. ໃນນັ້ນ, ມີພິທີມອດໄຟຈະດຳເນີນແຕ່ເວລາ 20ໂມງ 30ນາທີ ຂອງວັນທີ 25/3/2017, ຢູ່ສະໜາມຫຼວງການປະຕິວັດ ເດືອນສິງຫາ - ນະຄອນຫຼວງ ຮ່າໂນ້ຍ ແລະ ບັນດານະຄອນອື່ນໆໃນທົ່ວປະເທດ, ເພື່ອໂຄສະນາ, ຮຽກຮ້ອງໃຫ້ປະຊາຊົນຕອບສະໜອງຂະບວນການມອດໄຟໜຶ່ງຊົ່ວໂມງເພື່ອໜ່ວຍໂລກ, ການເຄື່ອນໄຫວເຊື່ອມຈອດວິສາຫະກິດ ແລະ ຂະບວນການມອດໄຟໜຶ່ງຊົ່ວໂມງເພື່ອໜ່ວຍໂລກ ກໍ່ຈະໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງ ຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນ ໂຮ່ຈີມິນ ດ້ວຍຈຸດໝາຍຮຽກຮ້ອງວິສາຫະກິດ 2.000 ແຫ່ງໃຫ້ຄຳໝັ້ນສັນຍານຳໃຊ້ໄຟຟ້າຢ່າງປະຢັດຢູ່ບັນດາໂຮງຈັກ, ໂຮງງານ…