ຂະບວນການອ້າຍນ້ອງ ຊາວມຸດຊະລິມແມ່ນ “ອົງການກໍ່ການຮ້າຍ“


ຂະບວນການອ້າຍນ້ອງ ຊາວມຸດຊະລິມແມ່ນ “ອົງການກໍ່ການຮ້າຍ“ - ảnh 1
ທ່ານ​ນາຍົກລັດຖະມົນຕີ Hazem Beblawi

(ພາບ: tin247.com)

(vovworld)- ​ ​ວັນ​ທີ 24/12, ສຳນັກ​ຂ່າວ​ສານ​ແຫ່ງ​ຊາດ MENA ຂອງ​ອີ​ຢີບ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ໂຄສົກ​ຂອງ​ນາຍົກລັດຖະມົນຕີປະ​ເທດ​ນີ້, ​ໂດຍ​ໃຫ້​ຮູ້​ວ່າ: ທ່ານ​ນາຍົກລັດຖະມົນຕີ Hazem Beblawi ​ໄດ້​ປະກາດ​ວ່າ: ຂະ​ບວນການ​ອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ​ແມ່ນ “ອົງການ​ກໍ່​ການ​ຮ້າຍ“. ຂໍ້​ໃຫ້​ສັງ​ເກດດັ່ງກ່າວ​ຂອງທ່ານ​ນາຍົກລັດຖະມົນຕີອີ​ຢີບ ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ພຽງ 2,3 ຊົ່ວ​ໂມງທີ່​ເຫດ​ລະ​ເບີດ​ແຕກ​ເກີດຂຶ້ນຢູ່​ສຳນັກງານ​ຢູ່​ນະຄອນ Mansoura, ທາງ​ທິດ​ເໜືອ​ນະຄອນຫຼວງ Cairo ​ຊື່​ງ​ໄດ້​ເຮັດ​ໃຫ້ 14 ຄົນ​ເສຍ​ຊີວິດ ​ແລະ ອີກ 90 ຄົນ​ຖືກ​ບາດ​ເຈັບ, ​ໃນ​ນັ້ນສ່ວນ​ຫຼາຍ​ແມ່ນ​ຕຳຫຼວດ. ວົງ​ການ​ເຈົ້າໜ້າ​ທີ່​ອີ​ຢີບ ຍາມ​ໃດ​ກໍ່​ກ່າວ​ເຕືອນ​ວ່າ ຂະ​ບວນການ​ອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ ​ໄດ້​ອຸປະຖຳ ​ແລະ ຝຶກ​ອົບຮົມ​ເພື່ອ​ໃຫ້​​ບັນດາ​ມື​ປືນ​ປຸກລະດົມ​ການ​ບຸກ​ໂຈມ​ຕີ​ແນ່​ໃສ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​​ແຫຼມ Sinai ເປັນ​ປະຈຳ. ປະຈຸ​ບັນ, ບໍ່​ທັນ​ມີ​ປະຕິ​ກິລິຍາ​ຈາກຂະ​ບວນການ​ອ້າຍ​ນ້ອງ​ຊາວ​ມຸດ​ຊະ​ລິ​ມ ພາຍຫຼັງ​ຄຳ​ປະກາດ​ຂອງທ່ານ​ນາຍົກລັດຖະມົນຕີ Hazem Beblawi ​ເທື່ອ./.

ຂ່າວ/ບົດ​ອື່ນ