ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງຕຸລາການຄັ້ງທີ 4
(ພາບ:qdnd.vn)
(vovworld) – ຕອນເຊົ້າວັນທີ 24/8 ຢູ່ຮ່າໂນ້ຍ, ກະຊວງຍຸດຕິທຳຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງຕຸລາການຄັ້ງທີ 4. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມໃຫຍ່, ທ່ານ ຮ່າຮຸ່ງເກື່ອງ ລັດຖະມົນຕີວ່າການກະຊວງຍຸດຕິທຳ ຢືນຢັນວ່າ: ໂດຍຜ່ານຂະບວນການແຂ່ງຂັນ, ບັນດາຂົງເຂດເຄື່ອນໄຫວຂອງຂະແໜງຍຸດຕິທຳໄດ້ຍູ້ແຮງ, ບັນລຸໄດ້ປະສິດທິຜົນນັບມື້ນັບສູງກ່ວາ. ຜ່ານນັ້ນ ຈະປະກອບສ່ວນເຂົ້າໃນຜົນງານລວມຕ່າງໆກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ປັບປຸງດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ເພີ່ມທະວີທີ່ຕັ້ງບົດບາດດ້ານການທູດຂອງປະເທດຊາດຢ່າງຕັ້ງໜ້າ.
ກອງປະຊຸມໃຫຍ່ໄດ້ກຳນົດໄລຍະ 2015 – 2020 ຂະແໜງ ຍຸດຕິທຳ ສຸມໃສ່ຈັດຕັ້ງບັນດາຂະບວນການແຂ່ງຂັນ: ປັງປຸງ, ບູລະນະລະບົບການຈັດຕັ້ງຂະແໜງ, ກໍ່ສ້າງຫົວໜ່ວຍໂປ່ງໃສ, ເຂັ້ມແຂງ; ເຮັດສຳເລັດໜ້າທີ່ການເມືອງຂອງຂະແໜງຢ່າງດີເດັ່ນ; ສືບຕໍ່ປະຕິບັດບັນດາຂະບວນການແຂ້ງຂັນ “ຂະແໜງຍຸດຕິທຳຮ່ວມແຮງຮ່ວມໃຈປະກອບສ່ວນສ້າງຊົນນະບົດໃໝ່” ແລະ “ຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ”