ຂະແໜງກະສິກຳຜັນຂະຫຍາຍໜ້າທີ່ປີ 2023

(VOVWORLD) -ປີ 2022, ມູນຄ່າເພີ່ມຂອງທົ່ວຂະແໜງກະສິກຳ ແລະ ພັດທະນາຊົນນະບົດບັນລຸ 3,36%, ນີ້ແມ່ນລະດັບເພີ່ມຂຶ້ນສູງສຸດໃນຫຼາຍປີມານີ້.
ຂະແໜງກະສິກຳຜັນຂະຫຍາຍໜ້າທີ່ປີ 2023 - ảnh 1(ກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2023)

        ຕອນເຊົ້າວັນທີ 13 ມັງກອນ, ຢູ່ ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2023. ປີ 2022, ມູນຄ່າເພີ່ມຂອງທົ່ວຂະແໜງກະສິກຳ ແລະ ພັດທະນາຊົນນະບົດບັນລຸ 3,36%, ນີ້ແມ່ນລະດັບເພີ່ມຂຶ້ນສູງສຸດໃນຫຼາຍປີມານີ້. ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງທົ່ວຂະແໜງບັນລຸກວ່າ 53 ຕື້ USD, ເພີ່ມຂຶ້ນ 9,3% ເມື່ອທຽບໃສ່ປີ 2021. ມຸ່ງໄປເຖິງເປົ້າໝາຍບັນລຸການເຕີບໂຕ GDP ທົ່ວຂະແໜງໃນປີ 2023 ໃຫ້ໄດ້ 3%; ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳບັນລຸ 54 ຕື້ USD. ກອງປະຊຸມນີ້ໄດ້ປຶກສາຫາລືບັນດາມາດຕະການຍູ້ແຮງການສ້າງໂຄງປະກອບຂະແໜງຄືນໃໝ່ ຕາມທິດມຸ່ງໄປເຖິງການພັດທະນາກະສິກຳຊີວະພາບ, ທັນສະໄໝ, ເສດຖະກິດໝູນວຽນ. ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ນຳໃຊ້ກາລະໂອກາດຈາກບັນດາສັນຍາການຄ້າເສລີຫຼາຍຝ່າຍ ແລະ  2 ຝ່າຍໃຫ້ແກ່ຜະລິດຕະພັນກະເສດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ