ຂະແໜງການເງິນ ສູ້ຊົນປະຕິບັດຈຸດໝາຍ ຄອບຄຸມໄພເງິນເຟີ້ຕໍ່າກວ່າ 10%

ຂະແໜງການເງິນ ສູ້ຊົນປະຕິບັດຈຸດໝາຍ ຄອບຄຸມໄພເງິນເຟີ້ຕໍ່າກວ່າ 10% - ảnh 1
( ພາບ : http://dvt.vn)

ປີ 2012, ຂະ​ແໜງ​ການ​​ເງິນ​ສູ້​ຊົນ​ເພີ່ມ​ລາຍ​ຮັບງົບປະມານ​ແຫ່ງ​ລັດ​ແຕ່ 5 - 8% ​ເມື່ອ​ທຽບ​ໃສ່​ກັບ​ເປົ້າ​ໝາຍ​ທີ່​ສະພາ​ແຫ່ງ​ຊາດ​ວາງ​ອອກ, ຫຼຸດຜ່ອນລາຍ​ຈາຍງົບປະມານ​​ເກີນ​ດູ​ນລົງ​ເຫຼືອ​ພຽງຕໍ່າ​ກວ່າ 4,8% GDP, ປະຕິບັດ​ການ​ປະຕິ​ຮູບ, ຄວບ​ຄຸມ​ລາຄາ ປະກອບ​ສ່ວນ​ປະຕິບັດ​ຈຸດໝາຍ​ຄອບ​ຄຸມ​ໄພ​ເງິນ​ເຟີ້​ຕໍ່າ​ກວ່າ 10%. ນີ້​ແມ່ນ​ຂໍ້​ມູນ​ຂ່າວ​ທີ່​ໄດ້​ຍົກ​ອອກ​ມາ​ຢູ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ການ​​ເງິນ - ງົບປະມາ​ແຫ່ງ​ລັດ​ປີ 2012, ​ໂດຍ​ກະຊວງ​ການ​ເງິນ​ຈັດ​ຕັ້ງ​ໃນ​ວັນ​ທີ 24 ທັນວາ ຢູ່ ຮ່າ​ໂນ້ຍ.

ປີ 2012, ຂະ​ແໜງ​ຈະ​ສຸມ​ໃສ່​ປະຕິບັດ​ນະ​ໂຍບາຍ​ປີ​ການເງິນາ​ຕາມ​ທິດ​​ເຮັດ​ແໜ້ນ, ສົບ​ທົບ​ກັບ​ນະ​ໂຍບາຍ​ປີ​ການເງິນ​ ກັບ ນະ​ໂຍບາຍ​ດ້ານ​ເງິນຕາ​ເພື່ອ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຣັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ທ່ານ​ລັດຖະມົນຕີ​ກະຊວງການ​ເງິນ ​ເວື​ອງດິງ​ເຫວ ​ໄດ້​ເນັ້ນ​ໜັກ​ວ່າ.

“ ໜ້າ​ທີ່​ຂອງ​ຂະ​ແໜງ​ການ​ເງິນ​ປີ 2012 ຄຽງຂາງ​ການສືບ​ຕໍ່​ຊີ້​ນຳ​ນະ​ໂຍບາຍ​ປີ​ການ​ເງິນ ​ແລະ ​ເງິນຕາ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດ​ທິຜົນ​ນັ້ນກໍ່​ຄວນ​ເອົາ​ໃຈ​ໃສ່​​ເຖິງບັນດາ​ມາດ​ຕະການ​ການ​ເງິນ, ງົບປະມານ, ​ເງິນຕາ​ເພື່ອຊ່ວຍ​ເຫຼືອ​​ວິ​ສາ​ຫະກິດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ຈະ​ເລີ​ນ​ເຕີບ​ໂຕ. ຕາມ​ທິດ​ນີ້, ກະຊວງ​ການ​ເງິນ​ພວມ​ສ້າງ​ນະ​ໂຍບາຍ​ແກ້​ໄຂ​​ດ້ານ​​ການ​ເງິນ, ຄົ້ນ​ຄ້ວາຕໍ່​ກຳນົດ​ການ​ເສຍ​ພາສີ​ອາກ​ອນ                        ໃຫ້​ແກ່​ວິ​ສາ​ຫະກິດ​​ໂດຍອີ່​ງ​ໃສ່​ສະພາບ​ການ​ຂອງ​ປີ 2012  ” .
ຂ່າວ/ບົດ​ອື່ນ