ຂະ​ແໜງ​ສິນ​ໃນ​ນ້ຳຫວຽດນາມ​ ວາງ​ຈຸດໝາຍ​ການ​ສົ່ງ​ອອກ​ ບັນລຸ 6,5 ຕື້​ໂດ​ລາ​ສະຫະລັດ

ປີ 2012, ຂະ​ແໜງ​ສິນ​ໃນ​ນ້ຳຫວຽດນາມ​ວາງ​ຈຸດໝາຍ​ການ​ສົ່ງ​ອອກ​ບັນລຸ 6,5 ຕື້​ໂດ​ລາ​ສະຫະລັດ. ຕາມ​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ​ສົ່ງ​ອອກ​ສິນ​ໃນ​ນ້ຳຫວຽດນາມ (ວາ​ແຊບ) ​ແລ້ວ, ປີ​ນີ້ ​ແຫຼ່ງກຸ້ງດິບ ​ແລະ​ປາຈາຈະ​ເປັນ​ປົກກະຕິ ​ແຕ່​ແຫຼ່ງສິນ​ໃນ​ນ້ຳຍາກ​ທີ່​ຈະ​ເພີ່ມ​ຂຶ້ນ​ໄດ້ ​ຍ້ອນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຄື: ​ແຫຼ່ງປະ​ໂຫຍ​ດ, ດິນ​ຟ້າ​ອາກາດ ​ແລະ​ຄ່າ​ໃຊ້​ຈາ​ຍຕ່າງໆ. ທ່ານ​ເຈືອງ​ດີ່ງ​ເຮ່ວ ​ເລຂາທິການ ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ​ສົ່ງ​ອອກ​ສິນ​ໃນ​ນ້ຳຫວຽດນາມ​ໃຫ້​ຮູ້​ວ່າ: “ບັນດາ​ລາຍການ​ຂອງ​ພວກ​ຂ້າພະ​ເຈົ້າຈະ​ສຸມ​ໃສ່​ລົງທຶນ​ໃນ​ປີ​ນີ້ ກ່ອນ​ອື່ນ​ໝົດ​ແມ່ນ​ເພື່ອ​ແກ້​ໄຂ​ບັນຫາ​ວັດຖຸ​ດິບ, ຍຸ້​ແຮງ​ການ​ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ຮັບປະກັນ​ຄຸນ​ນະພາ​ບວັດຖຸ​ດິບ. ກ່ຽວ​ກັບ​ດ້ານ​ຕະຫຼາດ ຈະ​ຈັດ​ບັນດາການ​ເຄື່ອນ​ໄຫວ​​ໂຄສະ​ນາ​ສິນ​ໃນ​ນ້ຳຫວຽດນາມ​ ຕາມ​ທິດ​ປອດ​ໄພ ​ແລະ​ຮັບປະກັນ​ສິ່ງ​ແວດ​ລ້ອມ, ຊ່ວຍ​ໃຫ້​ຜູ້​ບໍລິ​ໂພ​ກ, ອຸປະ​ໂພ​ກຢູ່​ປະ​ເທດ​ຕ່າງໆ​ເລືອກ​ເຟັ້ນ ​ແລະ​ນຳ​ໃຊ້​ຜະລິດ​ຕະພັນ​ສິ​ນໃນ​ນ້ຳຂອງ​ຫວຽດນາມ”.
ຂ່າວ/ບົດ​ອື່ນ