ຂະແໜງສາທາລະນະສຸກຖືຄວາມເພິ່ງພໍໃຈຂອງຄົນເຈັບເປັນຄາດໝາຍສຳຄັນທີ່ສຸດ
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ພົບປະກັບຜູ້ເຂົ້າຮ່ວມ)
(vovworld) - ຕອນບ່າຍວັນທີ 12/01, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເຂົ້າຮ່ວມກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດຜັນຂະຫຍາຍໜ້າທີ່ ປີ 2017 ຂອງກະຊວງສາທາລະນະສຸກ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດາຜົນງານເຊິ່ງຂະແໜງສາທາລະນະສຸກບັນລຸໄດ້ໃນປີຜ່ານມາ. ກ່ຽວກັບໜ້າທີ່ປີ 2017, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ.
“ຂ້າພະເຈົ້າສະເໜີໃຫ້ຂະແໜງສາທາລະນະສຸກສືບຕໍ່ປ່ຽນໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວ, ຖືວຽກງານສາທາລະນະສຸກຂັ້ນຮາກຖານເປັນຈຸດສຸມ, ເພື່ອມຸ່ງໄປເຖິງຄາດໝາຍຄຸ້ມຄອງ, ສົ່ງເສີມສຸຂະພາບໃຫ້ປະຊາຊົນແຕ່ລະຄົນ. ທ່ານໝໍຄອບຄົວທີ່ຍົກອອກມາແມ່ນຖືກຕ້ອງທີ່ສຸດ, ແຕ່ຖືກຕ້ອງສຳລັບຕົວເມືອງ, ເທດສະບານເມືອງເທົ່ານັ້ນ. ສ່ວນຢູ່ເຂດຊົນນະບົດ, ເຂດພູດອຍ ທ່ານໝໍຄອບຄົວຍັງບໍ່ທັນເໝາະສົມກັບສະພາບການຂອງຫວຽດນາມ ເທື່ອ”.
ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ພາລະກິດອັນສູງສົ່ງຂອງຂະແໜງສາທາລະນະສຸກ ແມ່ນສົ່ງເສີມສຸຂະພາບ, ສະນັ້ນທາງຂະແໜງຕ້ອງຖືຄວາມເພິ່ງພໍໃຈຂອງຄົນເຈັບແມ່ນເປົ້າໝາຍສຳຄັນທີ່ສຸດ.