( vovworld ) - ທີ່ການພົບປະແລກປ່ຽນ, ຊອກຫາຄູ່ຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະສ.ເກົາຫຼີ ເຊິ່ງໄດ້ດຳເນີນໄປໃນວັນທີ 16/2, ຢູ່ນະຄອນໂຮ່ຈິມິນ, ທ່ານ Jang Seok Jun, ຫົວໜ້າໂຄງການ ແລະ ກຸ່ມວິສາຫະກິດທີ່ຂື້ນກັບເຂດວິທະຍຸ, ໂທລະພາບ ( ສະມາຄົມວິສາຫະກິດເອເລັກໂຕນິກສ.ເກົາຫຼີ ) ໃຫ້ຮູ້ວ່າ, ປະຈຸບັນບັນດາວິສາຫະກິດສ.ເກົາຫຼີ ພວມມີທ່າອ່ຽງຍ້າຍບັນດາໂຮງງານຜະລິດຈາກຈີນ ແລະ ຢູ່ບາງປະເທດອື່ນມາຫວຽດນາມ, ເພາະເຂົ້າເຈົ້າຕີລາຄາວ່າ ຫວຽດນາມ ມີສະພາບແວດລ້ອມ ແລະ ເງື່ອນໄຂສະດວກເພື່ອພັດທະນາຂະແໜງເອເລັກໂຕນິກ. ທ່ານ ເລງອກເຊີນ ປະທານສະຫະສະມາຄົມວິສາຫະກິດເອເລັກໂຕນິກຫວຽດນາມ ໄດ້ຖືວ່າ, ຂະແໜງເອເລັກໂຕນິກຫວຽດນາມມີກາລະໂອກາດພັດທະນາທີ່ສຸດຖ້າຫາກກຳແໜ້ນ ແລະ ນຳໃຊ້ການລົງທຶນຈາກຍີ່ປຸນ ແລະ ສ.ເກົາຫຼີຢ່າງມີປະສິດທິຜົນ, ໃນນັ້ນມີຄວາມສະດວກກ່ຽວກັບການຮ່ວມມືຮັບຜະລິດຊິ້ນສ່ວນ, ດຳເນີນທຸລະກິດຜະລິດຕະພັນ, ລົງທຶນຜະລິດເພື່ອສົ່ງອອກ, ຮັບການຖ່າຍຖອດເຕັກໂນໂລຊີ … ທ່ານ ເລງອກເຊີນ ຖືວ່າ, ໃນໄລຍະທີ່ຈະມາເຖິງ, ວິສາຫະກິດທີ່ຂື້ນກັບຂົງເຂດເອເລັກໂຕນິກຂອງຫວຽດນາມ ຈະໄດ້ຮັບການພັດທະນາກວ່າອີກ ເມື່ອບັນດາວິສາຫະກິດພວມຍູ້ແຮງການເຄື່ອນໄຫວຫັນອົງປະກອບການຜະລິດ, ຈາກທິດພຽງແຕ່ຜະລິດ, ປະກອບ, ດຳເນີນທຸລະກິດບັນດາຜະລິດຕະພັນທົ່ວໄປ, ມາສູ່ການຜະລິດ ຜະລິດຕະພັນຮັບໃຊ້ສະເພາະ ແລະສຸມໃສ່ເຂົາໃນການຜະລິດເຄື່ອງອຸປະກອນຮັບໃຊ້ໃຫ້ແກ່ຂະແໜງອຸດສາຫະກຳ, ສາທາລະນະສຸກ …