ຂະແໜງໄຟຟ້າ ເພີ່ມທະວີການຄົ້ນຄ້ວາວິທະຍາສາດ, ນຳໃຊ້ເຕັກໂນໂລຢີທັນສະໄໝ

ຂະແໜງໄຟຟ້າ ເພີ່ມທະວີການຄົ້ນຄ້ວາວິທະຍາສາດ, ນຳໃຊ້ເຕັກໂນໂລຢີທັນສະໄໝ - ảnh 1
ພິທີມອບ​ນາມມະຍົດ​ວິລະ​ຊົນ​ແຮງ​ງານ​ໃຫ້​ບໍລິສັດ​ສົ່ງ​ໄຟຟ້າ​ເລກ 4
(ພາບ: VGP/Nguyên Linh)

(vovworld) - ວັນ​ທີ 15/9, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈູງ​ຫາຍ ​ໄດ້​ເຂົ້າ​ຮ່ວມ ​ແລະ ມອບ​ນາມມະຍົດ​ວິລະ​ຊົນ​ແຮງ​ງານ​ໃຫ້​ບໍລິສັດ​ສົ່ງ​ໄຟຟ້າ​ເລກ 4 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 37 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ບໍ​ລິ​ສັດ (15/9/1976 – 15/9/2013). ​ໃນ​ຕະຫຼອດ 37 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ພ້ອມ​ກັບ​ຂະ​ແໜງ​ໄຟຟ້າ​ທົ່ວ​ປະ​ເທດ, ບໍລິສັດ​ສົ່ງ​ໄຟຟ້າ​ເລກ 4 ​ນັບ​ມື້​ນັບສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​​ໄຟຟ້າ​ຂອງ​ປະຊາຊົນ, ພິ​ເສດ​ແມ່​ນ​ເຂດ​ເສດຖະກິດ​ຈຸດ​ສຸມ​ພາກ​​ໃຕ້, ປ່ຽນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ມີ​ຫົວຄິດ​ປະດິດ​ສ້າງ​ຫຼາຍ​ຢ່າງ​ກ່ຽວ​ກັບ​ດ້ານ​ເຕັກນິກ​ເພື່ອ​ຫລຸດ​ລາຄາ, ປະຢັດ​ລາຍ​ຈ່າຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຮຽກຮ້ອງ​ໃຫ້ການ​ນຳ ​ແລະ ລັດຖະກອນ​ບໍລິສັດ​ສົ່ງ​ໄຟຟ​້າ​ເລກ 4 ​ໃນ​ໄລຍະ​ຈະ​ມາ​ເຖິງ​ຄວນ​ສຸ້ຊົນ​ມານະ​ພະຍາຍາມ​ຫຼາຍ​ກ່ວາ​ອີກ​ເພື່ອ​ສົມ​ກັບ​​ເປັນນາມມະຍົດ​ວິລະ​ຊົນ​ແຮງ​ງານ, ຄວນ​​ເພີ່ມ​ທະວີ​ວຽກ​ງານ​ບ​ຳລຸງ​ສ້າງ​ຊັບພະ​ຍາກ​ອນມະນຸດ, ຄົ້ນ​ຄ້ວາ​ວິ​ທະຍາ​ສາດ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີທັນ​ສະ​ໄໝ, ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ, ພິ​ເສດ​ແມ່ນ​ຄຸ້ມ​ຄອງ​ເຕັກນິກ, ສ້ອມ​ແປງ, ກວດ​ເຊັກ, ຕິດ​ຕາມ​ກວດກາ​ກາ​ນ​ເຄື່ອນ​ໄຫວ, ປົກ​ປ້ອງຄວາມ​ປອດ​ໄພ​​ໃຫ້ຕາໜ່າງ​ໄຟຟ້າ​ໃນ​ທົ່ວ​ປະ​ເທດ.

 

ຂ່າວ/ບົດ​ອື່ນ