ຄື້ນຟອງຍັກ ຊຸນາມິ ຢູ່ ອິນໂດເນເຊຍ: ຈໍານວນຜູ້ຮັບບາດເຈັບ ແລະ ເສຍຊີວິດສືບຕໍ່ເພີ່ມຂຶ້ນ

(VOVWORLD) -ຈໍານວນຜູ້ຫາຍສາບສູນໃນເຫດໄພພິບັດດັ່ງກ່າວ ແມ່ນ 128 ຄົນ

        ວັນທີ 24 ທັນວາ, ວົງການເຈົ້າໜ້າທີ່ ອິນໂດເນເຊຍ ໃຫ້ຮູ້ວ່າ ຈໍານວນຜູ້ຮັບບາດເຈັບ ແລະ ເສຍຊີວິດ ຈາກໄພພິບັດຄື້ນຟອງຍັກ ຊຸນາມິ ຢູ່ອ້ອມແອ້ມເຂດຊ່ອງແຄບທະເລ Sunda ຂອງປະເທດນີ້ ໄດ້ເພີ່ມຂຶ້ນ ຢ່າງໜ້ອຍສຸດແມ່ນມີຄົນເສຍຊີວິດ 373 ຄົນ ແລະ ຄົນຮັບບາດເຈັບກວ່າ 1.400 ຄົນ. ທ່ານ Sutopo Purwo Nugroho ໂຄສົກຂອງອົງການຫຼຸດຜ່ອນໄພພິບັດທໍາມະຊາດ ຢູ່ ອິນໂດເນເຊຍ ແຈ້ງໃຫ້ຊາບວ່າ ຈໍານວນຜູ້ຫາຍສາບສູນໃນເຫດໄພພິບັດດັ່ງກ່າວ ແມ່ນ 128 ຄົນ. ໃນວັນດຽວກັນ ວົງການເຈົ້າໜ້າທີ່ ກ່າວເຕືອນວ່າ ອາດຈະເກີດມີ       ຄື້ນຟອງຍັກທໍາລາຍ ອິນໂດເນເຊຍ ອີກ.

         ວັນທີ 24 ທັນວາ ລັດຖະບານຍີ່ປຸ່ນ ໄດ້ສະແດງຄວາມພ້ອມ ທີ່ຈະໜູນຊ່ວຍ ອິນໂດເນເຊຍ ຈົດສຸດຄວາມສາມາດ. ໃນສານສະບັບໜຶ່ງທີ່ສົ່ງໄປຍັງຄູ່ຕໍາແໜ່ງ ອິນໂດເນເຊຍ Rentno Marsudi, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono  ໄດ້ສົ່ງຄໍາແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ເຖິງຄອບຄົວຜູ້ປະສົບເຄາະຮ້າຍໃນເຫດການດັ່ງກ່າວ, ພ້ອມທັງສະແດງຄວາມຫວັງຕໍ່ບັນດາເຂດທີ່ຖືກຄື້ນຟອງຍັກທໍາລາຍນັ້ນ ຈະໄດ້ຮັບການຟື້ນຟູ ໂດຍໄວ.


ຕອບກັບ

ຂ່າວ/ບົດ​ອື່ນ