ຄວນຈັດຕັ້ງການເຄື່ອນໄຫວຫາປາທີ່ມີຂອບຂະໜາດແລະປະສິດທິຜົນເສດຖະກິດສູງກ່ວາ

ຄວນຈັດຕັ້ງການເຄື່ອນໄຫວຫາປາທີ່ມີຂອບຂະໜາດແລະປະສິດທິຜົນເສດຖະກິດສູງກ່ວາ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ
ຢ້ຽມຢາມ​​ປະຊາຊົນ​ຊາວປະມົງຢູ່ໝູ່ບ້ານຫາ​ປາ ຄຸ້ມ ຟູ​ທໍ້
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 27/06, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​​ໄປຢ້ຽມຢາມ​​ປະຊາຊົນ​ຊາວປະມົງຢູ່ໝູ່ບ້ານຫາ​ປາ ຄຸ້ມ ຟູ​ທໍ້ (​ເທດສະບານ​ເມືອງ ຮ່ວາ​ຮຽບຈູງ, ​ເມືອງ ດົງ​ຮ່ວາ ​ແຂວງ ຟູ​ອຽນ). ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ບັນດາ​ກະຊວງ, ຂະ​​ແໜງ​ສູນ​ກາງ​ ​ແຂວງ ຟູ​ອຽນ ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ຊາວ​ປະມົງ​ກູ້​ຢືມ​ທຶນ, ຕໍ່​ກ່ຳ​ປັ່ນໃຫຍ່​​ໄປ​ຫາ​ປາ​ໄກ​ຝັງ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫາ​ປາ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ກ່ວາ, ສ​້າງຕັ້ງ​ບັນດາໜ່ວຍຫາ​ປາ, ສະຫະກອນ​ຫາ​ປາສິນ​ທະ​ເລ ​ເພື່ອ​ສ້າງ​ປະສິດທິ​ຜົນ​ເສດຖະກິດ​ສູງ​ກ່ວາ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ ມີ​ກຸ່ມ​ກ່ຳ​ປັ່ນ​ຂະໜາດໃຫຍ່​ອອກຈາກ​ຝັ່ງ​ໄປຫາ​ປາ ຊາວ​ປະມົງ​ຈຶ່ງ​ມີ​ເງື່ອນ​​ໄຂ​ໜູນ​ຊ່ວຍ, ຊ່ວຍ​​ເຫຼື​ອ, ປົກ​ປ້ອງ​ເຊິ່ງກັນ​ ແລະ​ ກັນ​​ ເມື່​ອພົບກັບ​ພະຍຸ, ​ໂຈນ​ສະ​ຫຼັດ. ກຳລັງ​ຕຳຫລວດ​ທະ​ເລ, ທະຫານປ້ອງ​ກັຍ​ຊາຍ​ແດນ ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ໂຄສະນາ​ເຜີຍ​ແຜ່​ຄວາມ​ຮູ້ໃຫ້​ຊາວ​ປະມົງ, ໜູນ​ຊ່ວຍ​​ປະຊາຊົນ​ຊາວ​ປະມົງອອກ​​ໄປ​ຫາ​ປາ​ໄດ້​ຢ່າງປອດ​ໄພ. ​ແຂວງ ຟູ​ອຽນ ຄວນຄົ້ນຄວ້າ​ຮູບ​ການຈັດ​ຕັ້ງການ​ເກັບ​ຊື້, ປຸງ​ແຕ່ງສິນ​ທະ​ເລ​ ​ເພື່ອ​ໃຫ້​ຜະລິດ​ຕະພັນ​ຂອງ​ຊາວ​ປະມົງ​ມີ​ມູນ​ຄ່າ​ສູງ​ກ່ວາ. ຊີວິດ​ການ​ເປັນ​ຢູ່​ໄດ້​ຮັບ​ການ​ປັບປຸງ, ມີລາຍ​ຮັບ​ດີ​ກ່ວາ ຈະ​ສ້າງກຳລັງ​ໜູນ​ໃຫ້​ຊາວ​ປະມົງ​ຕັ້ງໜ້າເຄື່ອນ​ໄຫວ​​ໄປ​ຫາ​ປາ​ໄກ​ຝັ່າງປະ​ກອບ​ສວ່ນຢັ້ງຢືນ​ອະທິປະ​ໄຕທະ​ເລ​ໝູ່​​ເກາະ, ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ