(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຂັ້ນສູງລັດຖະບານ ສປປ ລາວ ຢູ່ ຫວຽດນາມ, ຕອນບ່າຍວັນທີ 7/10, ທ່ານ ບຸນປອນ ບຸດທະນາວົງ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ, ຮອງນາຍົກລັດຖະມົນຕີ ລາວ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ແລະ ສະຫະສະມາຄົມບັນດານັກລົງທຶນ ຫວຽດນາມ ຢູ່ ລາວ (AVIL).
ທີ່ການເຮັດວຽກ, ໂດຍຕາງໜ້າໃຫ້ປະຊາຄົມວິສາຫະກິດ ຫວຽດນາມ ລົງທຶນ ຢູ່ ລາວ, ທ່ານປະທານສະພາບໍລິຫານ BIDV, ປະທານ AVIL ເຈີ່ນບັກຮ່າ, ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ການເຄື່ອນໄຫວການຄ້າ, ການລົງທຶນ ຫວຽດນາມ - ລາວ ພວມພັດທະນາຢ່າງວ່ອງໄວທັງດ້ານຂອບຂະໜາດ ແລະ ຈຳນວນ. ເປັນໜ້າສົນໃຈ, ວົງເງິນການຄ້າ 2 ສົ້ນລະຫວ່າງ ຫວຽດນາມ - ລາວ ໃນ 9 ເດືອນຕົ້ນປີ 2014 ບັນລຸ 885 ລ້ານ USD, ເພີ່ມນັບຂຶ້ນປະມານ 48% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013 ແລະ ນີ້ແມ່ນລະດັບສະຖິຕິແຕ່ກ່ອນມານີ້. ເຖິງຢ່າງໃດກໍ່ຕາມ, ທ່ານປະທານ ເຈີ່ນບັກຮ່າ, ກໍ່ຖືວ່າປະຈຸບັນໃກ້ຈະຮອດຈຸດເວລາສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ, ຖ້າຫາກວິສາຫະກິດ 2 ປະເທດບໍ່ມີການກະກຽມເປັນຢ່າງດີ ຈະບໍ່ສາມາດນຳໃຊ້ບັນດາກາລະໂອກາດເຊິ່ງປະຊາຄົມ ອາຊຽນ ນຳມາໃຫ້. ໃນ 10 ປະເທດ ອາຊຽນ, ຫວຽດນາມ ແລະ ລາວ ພ້ອມກັບ ກຳປູເຈຍ ຕ້ອງສ້າງແຜນຮ່າງເຊື່ອມຕໍ່ພື້ນຖານເສດຖະກິດເພື່ອແນໃສ່ເສີມຂະຫຍາຍການຮ່ວມມືຢ່າງມີປະສິດທິຜົນແມ່ນຈຳເປັນທີ່ສຸດ, ທ່ານກ່າວວ່າ:
“ພວກຂ້າພະເຈົ້າສະເໜີເຊື່ອມຕໍ່ 3 ພື້ນຖານເສດຖະກິດ ອິນດູຈີນ ເພື່ອໜູນຊ່ວຍກັນພ້ອມກັນພັດທະນາ, ເຮັດແນວໃດເພື່ອເທົ່າທຽມກັບບັນດາປະເທດຢູ່ໃນລະດັບສູງໃນ ອາຊຽນ. ຄຽງຄູ່ກັນນັ້ນ, ປະຈຸບັນ, ສັນຍາບາງສະບັບທີ່ລົງນານລະຫວ່າງ 2 ຝ່າຍກ່ຽວກັບການຄ້າ, ການລົງທຶນລະຫວ່າງ 2 ປະເທດຕ້ອງໄດ້ຮັບການປັບປຸງ, ດັ່ງນັ້ນຕ້ອງກວດກາຄືນໃຫ້ເໝາະສົມກັບສະພາບການຕົວຈິງ, ພິເສດແມ່ນເມື່ອ ຫວຽດນາມ ໄດ້ກາຍເປັນສະມາຊິກຂອງອົງການການຄ້າໂລກ (WTO) ແລະ ພິເສດແມ່ນເມື່ອ ອາຊຽນ ກາຍເປັນຊາຍຄາເສດຖະກິດລວມ.”