ຄວາມປະທັບໃຈ ແລະ ເປັນເອກະລັດຂອງງານບຸນຊຸດເສື້ອຍາວ ໂຮ້ຍອານ, ທັດສະນີຍະພາບ ຫວຽດນາມ
(VOVWORLD) -ຕອນຄ່ຳວັນທີ 14 ມິຖຸນາ, ງານບຸນຊຸດເສື້ອຍາວ ໂຮ້ຍອານ, ທັດສະນີຍະພາບ ຫວຽດນາມ ໄດ້ດຳເນີນຢູ່ນະຄອນ ໂຮ້ຍອານ (ແຂວງ ກ໋ວາງນາມ).
ງານບຸນຊຸດເສື້ອຍາວ ໂຮ້ຍອານ, ທັດສະນີຍະພາບ ຫວຽດນາມ ໄດ້ດຳເນີນຢູ່ນະຄອນ ໂຮ້ຍອານ(ພາບ: nld.com.vn) |
ທີ່ງານບຸນໄດ້ສະແດງປະມວນຊຸດເສື້ອຍາວ 18 ຊຸດຂອງ 18 ນັກອອກແບບທີ່ລືຊື່ຢູ່ພາຍໃນປະເທດໂດຍມີການເຂົ້າຮ່ວມເດີນແບບ ແລະ ສະແດງຂອງນາງແບບ ແລະ ນັກສະແດງກ່ວາ 200 ຄົນ. ມີນັກທ່ອງທ່ຽວຢູ່ພາຍໃນ ແລະ ສາກົນປະມານ 3000 ຄົນເຂົ້າຮ່ວມງານບຸນ.
ໃນງານບຸນ, ໄດ້ແນະນຳໃຫ້ທຸກຄົນກ່ຽວກັບຊຸດເສື້ອຍາວຕິດພັນກັບແຕ່ລະໄລຍະພັດທະນາຂອງປະເທດ ຫວຽດນາມ, ຕິດພັນກັບສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະແຖບຖິ່ນໃນທົ່ວປະເທດ ຫວຽດນາມ.ຊີວິດວັດທະນາທຳທັງໝົດຂອງ ປະຊາຊົນ ຫວຽດນາມ ໃນທົ່ວທຸກພາກ, ໂດຍບັນດານາງແບບ ແລະ ນັກສະແດງໄດ້ວາດພາບຄືນຢ່າງມີຊີວິດຊີວາ ແລະ ຄວາມເປັນເອກະລັດທີ່ງານບຸນດັ່ງກ່າວ