ຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ/dioxin

ຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ/dioxin - ảnh 1
ໂຄງການແກ້ໄຂສິ່ງແວດລ້ອມຖືກມົນລະພິດຈາກ dioxin
ຢູ່ສະຫນາມບິນ ດາຫນັງ
ພາບ:internet


(vovworld)-  ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ກວ່າ 200.000 ຄົນ​ໄດ້​ຮັບການ ອຸດ​ຫນູນ​ຈາກລັດຖະບານ​ຫວຽດນາມ​​ໃນ​ແຕ່ລະ​ເດືອນ​ ​ແລະ ​ໂຄ​ງການ​ແກ້​ໄຂ​ທາດ​ dioxin ຢູ່​ສະຫນາມ​ບິນ ດາ​ຫນັງ ດ້ວຍ​ງົບປະມານ​ຂອງ​ລັດຖະບານ ອາ​ເມ​ລິ​ກາ ພ້ອມ​ກັບ​ທຶນ​ສົມທົບ​ສ່ວນ​ຫນຶ່ງ​ຂອງ​ລັດຖະບານ​ຫວຽດນາມ ຄາດ​ວ່າ ຈະ​ສຳ​ເລັດ​ໃນ​ປີ 2016. ນີ້​ແມ່ນ​ຂໍ້​ມູນ​ຂ່າວ​ໂດ​ຍຫ້ອງການ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ທາດ​ພິດ​ສີ​ສົ້ມ/dioxin ຫວຽດນາມ ສະຫນອງ​ໃນ​ກອງ​ປະ​ຊຳ​ມສຳ​ມະ​ນາ​ສື່​ມວນ​ຊົນ​ອັບ​ເດັດ​ຂໍ້​ມູນ​ຂ່າວ ​ແລະ ​ແບ່ງປັນ​ບົດ​ຮຽນ​ໃນ​ການ​ປະຕິບັດ​ງານ​ກ່ຽວ​ກັບ​ຂົງ​ເຂດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່ ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 22/4 ຢູ່​ຮ່າ​ໂນ້ຍ. ​​ເດືອນ 6/2012, ນາຍົກລັດຖະມົນຕີ​ໄດ້​ອະນຸມັດ​ແຜນການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ທາດ​ພິດ​ສີ​ສົ້ມ,dioxin ຢູ່​ຫວຽດນາມ​ແຕ່​ນີ້​ຮອດ​ປີ 2015 ​ໂດຍ​ພື້ນຖານ ​ແລະ ການ​ກຳນົດ​ທິດ​ຮອດ​ປີ 2020.

ຂ່າວ/ບົດ​ອື່ນ